ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຂອງສະພາແຫ່ງຊາດ ວັນທີ 22 ມິຖຸນາ 2022 ໂດຍການເປັນປະ ທານຂອງ ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ພາຍຫຼັງທີ່ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະກອບຄຳເຫັນໃສ່ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດແລ້ວ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປລ) ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນຫລາຍບັນຫາສຳຄັນ ໂດຍສະເພາະການແກ້ໄຂບັນຫາຄະດີຫາຢາເສບຕິດໃຫ້ຖືກຕ້ອງ, ສອດຄ່ອງ ແລະ ບັນຫາສຳຄັນອື່ນໆ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ຮູ້ວ່າ: ອົງການໄອຍະການປະຊາຊົນສູງສຸດ ໄດ້ອອກຄໍາສັ່ງເຖິງອົງການໄອຍະການໃນຂອບເຂດທົ່ວປະເທດ ໃຫ້ເພີ່ມທະວີດຳເນີນຄະດີຢາເສບຕິດໃຫ້ເຂັ້ມງວດກວ່າເກົ່າ, ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ສ້າງກົນໄກປະສານງານ, ເຮັດວຽກຮ່ວມກັນໃນການແກ້ໄຂບັນຫາຢາເສບຕິດ, ເຊິ່ງໄດ້ເຫັນດີໃຫ້ພະນັກງານໄອຍະການແຕ່ລະແຂວງ, ແຕ່ລະເຂດສາມາດເຂົ້າຮ່ວມຕິດຕາມກວດກາການດຳເນີນຄະດີຢາເສບຕິດແຕ່ຫົວທີ ເພື່ອຮັບປະກັນໃຫ້ການກຳເນີນຄະດີສອດຄ່ອງຕາມລະບຽບກົດໝາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ. ພ້ອມນັ້ນ, ອົງການໄອຍະການຍັງຈະສຸມໃສ່ອອກຄຳສັ່ງ, ຄຳເນາະນຳຂອງອົງການໄອຍະການ ເພື່ອໃຫ້ອົງການປະຊາຊົນແຂວງໃນຂອບເຂດທົ່ວປະເທດ ຫັນລົງສູ່ເມືອງ, ສູ່ເຂດ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຕື່ມກ່ຽວກັບວ່າລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ. ປັດຈຸບັນ, ອົງການໄອຍະການກຳລັງສຸມໃສ່ຕີລາຄາຄືນ ການແກ້ໄຂບັນຫາພະນັກງານໄອຍະການເຂດໃຫ້ໄປປະຈຳຢູ່ເມືອງ ຫຼື ຫັນໄປເປັນພະນັກງານໄອຍະການປະຈຳເມືອງ ແຕ່ເພີ່ມບຸກຄະລາກອນ, ເພີ່ມສິດອຳນາດໃຫ້ເຂົາເຈົ້າ ສາມາດອອກຄຳສັ່ງຈັບຕົວໄດ້, ປ່ອຍຕົວໄດ້, ຕິດຕາມກວດກາຄ້າຍຄຸມຂັງໄດ້, ຕິດຕາມການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ໄດ້ ຄືກັບອົງການໄອຍະການປະຊາຊົນເຂດ, ພ້ອມທັງປັບປຸງຄືນກົນໄກແບບແຜນວິທີເຮັດວຽກຂອງອົງການໄອຍະການປະຊາຊົນເຂດ, ພະນັກງານໄອຍະການປະຈຳແຕ່ລະເມືອງຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.

ສຳລັບການຕິດຕາມກວດກາສະຖານທີ່ຄຸມຂັງດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ໄດ້ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ເຊັນບົດບັນທຶກການຮ່ວມມືກັນ ໂດຍໄດ້ຕົກລົງເຫັນດີເປັນເອກະພາບໃຫ້ພະນັກງານໄອຍະການ ແລະ ພະນັກງານປະຕິບັດຄຳຕັດສິນຂອງສານ ລົງໄປປະຕິບັດໜ້າທີ່ຢູ່ສະຖານທີ່ດັດສ້າງ ເພື່ອເກັບກຳສະຖິຕິນັກໂທດ, ຜູ້ຕ້ອງຫາ, ເກັບກຳການປັບໃໝຄ່າເສຍຫາຍຕ່າງໆຢູ່ກັບທີ່. ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ໄອຍະການກຳໄດ້ສະພາບຂອງນັກໂທດ, ຂອງຜູ້ຕ້ອງຫາ, ຂອງຜູ້ຖືກກັກຂັງ, ເຫັນບັນຫາທີ່ເກີດຂຶ້ນ ແລະ ພ້ອມກັນປຶກສາຫາລື ຮ່ວມກັບເຈົ້າໜ້າທີ່ ສາມາດແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໄດ້ຢ່າງທັນການ.

ທ່ານ ໄຊຊະນະ ໂຄດພູທອນ ຍັງໃຫ້ຮູ້ອີກວ່າ: ໃນຕົ້ນເດືອນສິງຫາ 2022 ນີ້, ອົງການໄອຍະການ ຈະທົດລອງສ້າງອົງການໄອຍະການເຂດ ປະຈຳເມືອງປາກງື່ມ ເພື່ອແກ້ໄຂບັນຫາຕ່າງໆ ໂດຍສະເພາະການຈັບ, ການປັບໃໝບໍ່ຖືກຕ້ອງ, ການຕິດຕາມກວດກາ, ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຂອງໄອຍະການບໍ່ຮອບດ້ານ, ບໍ່ຄົບຖ້ວນ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ສຳລັບບຸກຄະລາກອນໃນເບື້ອງຕົ້ນແມ່ນ 7 ຄົນ, ຈະປະກອບວັດ ຖຸ, ອຸປະກອນ, ພາຫະນະ ແລະ ງົບປະມານ ພ້ອມກັບປະກອບສິດອຳນາດໃຫ້ເຂົາເຈົ້າສາມາດອອກຄຳສັ່ງຈັບຕົວໄດ້, ກວດຄົ້ນໄດ້, ກັກຂັງໄດ້, ປ່ອຍ ຕົວໄດ້, ສາມາດຕິດຕາມກວດກາຄ້າຍຄຸມຂັງດັດສ້າງ, ຄ້າຍກັກຂັງຊົ່ວຄາວຂອງເມືອງ, ສາມາດຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການສືບ ສວນສອບສວນຂອງເຈົ້າໜ້າທີ່ຕຳຫຼວດໄດ້, ເຊິ່ງຈະທົດລອງຈັດຕັ້ງປະຕິບັດເປັນເວລາ 3 ເດືອນ, ຖ້າການຈັດຕັ້ງປະຕິບັດມີປະສິດທິຜົນ, ຮັບປະກັນການປະຕິບັດໜ້າທີ່ຖືກຕາມກົດໝາຍ ອົງການໄອຍະການຈະເສີມຂະຫຍາຍອອກໄປບັນດາເມືອງທີ່ມີພື້ນຖານ, ເງື່ອນໄຂຄົບຖ້ວນຕື່ມອີກ.

ຂ່າວ: ທະນູທອງ

ພາບ: ຂັນໄຊ