ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ່ IX ໃນວັນທີ 22 ມິຖຸນາ 2022, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບສະພາບການຈັດຕັ້ງປະຕິບັດຕໍ່ກັບຄຳຕັດສິນຂອງສານ ໂດຍສະເພາະການຈັດຕັ້ງປະຕິບັດຄຳສັ່ງ 07/ນຍ ກ່ຽວກັບການຮີບໂຮມຊັບສິນທີ່ສານຕັດສິນໃຫ້ເປັນຂອງລັດ ເປັນຕົ້ນແມ່ນການຕັດສິນຂອງສານກ່ຽວກັບຢາເສບຕິດ ໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດຄໍາສັ່ງສະບັບດັ່ງກ່າວ ອົງການປະຕິບັດຄໍາຕັດສິນຂອງສານ ພຽງແຕ່ສົ່ງບັນຊີ ແລະ ຂໍ້ມູນທັງໝົດກ່ຽວກັບຊັບສິນທີ່ຖືກຮີບເປັນຂອງລັດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການເງິນເພື່ອຂຶ້ນບັນຊີ ແລະ ຈົດທະບຽນເປັນຊັບສິນຂອງລັດ ໂດຍປະກອບຕາມແບບຟອມຕາມຂະແໜງການເງິນ ໄລຍະຜ່ານມາ ອົງການຄຸ້ມຄອງ ແລະ ອົງການປະຕິບັດຄໍາຕັດສິນຂອງສານໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍຄໍາສັ່ງສະບັບເລກທີ 07/ນຍ ຢ່າງຕັ້ງໜ້າ ໂດຍໄດ້ເຂົ້າຮ່ວມເປັນຄະນະກໍາມະການຕິດຕາມ ແລະ ຊຸກຍູ້ຕາມການແຕ່ງຕັ້ງຂອງກະຊວງການເງິນ ແລະ ອົງການປົກຄອງທ້ອງຖິ່ນ ໂດຍໄດ້ເຄື່ອນໄຫວຢູ່ບັນດາແຂວງຈໍານວນໜຶ່ງ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ, ນັບແຕ່ປີ 2017 ມາຮອດປັດຈຸບັນ ສາມາດຂຶ້ນບັນຊີ ແລະ ມອບຊັບທີ່ສານຕັດສິນຮີບເປັນຂອງລັດໃຫ້ຂະແໜງການເງິນ ຄື: ດິນ 70 ຕອນ ທີ່ດິນພ້ອມເຮືອນ 15 ຕອນ, ລົດໃຫຍ່ 315 ຄັນ, ລົດຈັກ 3.359 ຄັນ, ເຮືອ 1 ລໍາ, ເງິນກີບ 34.227.502.519 ກີບ, 89.164.322 ບາດ, 2.281.266 ໂດລາສະຫະລັດ, 150.558 ຢວນ, 50.000 ວອນ ແລະ 16.257.700 ດົງ; ໃນນັ້ນ, ເງິນ ແລະ ຊັບສິນດັ່ງກ່າວທີ່ໄດ້ມາຈາກການປະຕິບັດຄໍາຕັດສິນຄະດີຢາເສບຕິດມີທີ່ດິນ 68 ຕອນ ທີ່ດິນພ້ອມເຮືອນ 15 ຕອນ ລົດໃຫຍ່ 225 ຄັນ ລົດຈັກ 1.807 ຄັນ ເຮືອ 1 ລໍາ ເງິນ 32.470.203.422 ກີບ 82.763.513 ບາດ 1.375.890 ໂດລາສະຫະລັດ 113.935 ຢວນ 50.000 ວອນ 9.314.700 ດົງ.

ການປະຕິບັດຄໍາສັ່ງ 07 ຂອງອົງການປະຕິບັດຄໍາຕັດສິນຂອງສານ ມີຄວາມຮັບຜິດຊອບຂຶ້ນບັນຊີ ແລະ ສະໜອງຂໍ້ມູນທັງໝົດກ່ຽວກັບຊັບສິນທີ່ຖືກຮິບເປັນຂອງລັດ ຕາມຄໍາຕັດສີນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການເງິນ ເພື່ອຂຶ້ນບັນຊີ ແລະ ຈົດທະບຽນເປັນຊັບຂອງລັດໃນການດໍາເນີນຕົວຈິງ ພາຍຫຼັງໄດ້ຮັບສໍານວນຄະດີ ແລະ ຄົ້ນຄວ້າຄໍາຕັດສິນຂອງສານແລ້ວ ຖ້າເຫັນວ່າມີຊັບສິນທີ່ສານ ຕັດສິນຮິບເປັນຂອງລັດ ຈະໄດ້ຂຶ້ນບັນຊີແຕ່ລະປະເພດໃສ່ແບບຟອມຂອງກະຊວງການເງິນ. ຈາກນັ້ນ, ຈຶ່ງສໍາເນົາຄໍາຕັດສິນ ແລະ ເອກະສານທີ່ກ່ຽວຂ້ອງກັບຊັບ ສົ່ງໃຫ້ຂະແໜງການເງິນທີ່ກ່ຽວຂ້ອງ. ໃນກໍລະນີອົງການທີ່ຄຸ້ມຄອງ ຫຼື ຮັກສາຊັບດັ່ງກ່າວໄດ້ສົ່ງຊັບມາພ້ອມກັບສໍານວນຄະດີພາຍຫຼັງຂຶ້ນບັນຊີຕາມແບບຟອມ ແລະ ກວດກາແລ້ວ ກໍຈະນໍາໄປມອບໃຫ້ຂະແໜງການເງິນ ຖ້າວ່າຊັບແມ່ນປະເພດທີ່ດິນ ສິ່ງກໍ່ສ້າງຈະໄດ້ເຊີນຄະນະກໍາມະການຈາກພາກສ່ວນກ່ຽວຂ້ອງລົງກວດກາລະອຽດແລ້ວ ຈຶ່ງມອບຂະແໜງການເງິນຈະເປັນເຈົ້າການເຊີນພະນັກງານປະຕິບັດຄໍາຕັດສິນຂອງສານເຂົ້າຮ່ວມເປັນຄະນະກໍາມະການປະເມີນມູນຄ່າຊັບສິນທຸກປະເພດ ລວມທັງເງິນທີ່ພົວພັນກັບຢາເສບຕິດ ເມື່ອຂຶ້ນທະບຽນ ແລະ ຂຶ້ນບັນຊີຊັບສິນຂອງລັດແລ້ວ ແມ່ນຂະແໜງການເງິນນໍາສະເໜີລາຍງານຂັ້ນເທິງເພື່ອພິຈາລະນາແບ່ງປັນການຄຸ້ມຄອງ ນໍາໃຊ້ ແລະ ຂາຍອອກ ເງິນທີ່ໄດ້ຈາກການປະມູນຂາຍຊັບສິນດັ່ງກ່າວ ແມ່ນໃຫ້ມອບເຂົ້າກອງທຶນຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ 70% ສ່ວນ 30% ແມ່ນມອບເຂົ້າງົບປະມານຂອງລັດຕາມມາດຕາ 50 ຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ ມາດຕາ 6 ຂອງກອງທຶນຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ.

ຂ່າວ-ພາບ: ໜັງສືພິມວຽງຈັນໃໝ່