ການຮັກສາຄວາມສະຫງົບປອດໄພໃຫ້ນັກທ່ອງທ່ຽວ ຕິດພັນກັບການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວຽກໜຶ່ງທີ່ສຳຄັນໃນການສ້າງຄວາມສະດວກ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາ ສປປ ລາວ, ເຊິ່ງນັບແຕ່ເປີດການທ່ອງທ່ຽວສີຂຽວ ແລະ ການເປີດປະເທດແບບເຕັມຮູບແບບ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ກໍໄດ້ມີຫຼາຍມາດຕະການ ເພື່ອຮັກສາຄວາມສະຫງົບປອດໄພໃຫ້ກັບນັກທ່ອງທ່ຽວທີ່ເດີນທາງເຂົ້າມາ ສປປ ລາວ.

ພົຕ ຄຳກິ່ງ ຜຸຍຫຼ້າມະນິວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ, ໃນກອງປະຊຸມສະ ໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ໃນຫຼາຍຄຳຊັກຖາມ ໂດຍສະເພາະແມ່ນວຽກງານທີ່ຕິດພັນກັບການທ່ອງທ່ຽວ ກໍຄືການຮັກສາ ຄວາມສະຫງົບປອດໄພໃຫ້ນັກທ່ອງທ່ຽວ.

ທ່ານຫົວໜ້າກົມໃຫຍ່ຕໍາຫຼວດໄດ້ກ່າວວ່າ: ໃນດ້ານການຮັກສາຄວາມສະຫງົບ ປອດໄພໃຫ້ ນັກທ່ອງທ່ຽວ, ກະຊວງ ປກສ ໄດ້ມອບໃຫ້ບັນດາຫ້ອງ ການສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງ, ປກສ ບັນດາແຂວງໃນທົ່ວປະເທດ ບັນຈຸສັບຊ້ອນກຳລັງຕໍາຫຼວດທ່ອງທ່ຽວລົງປະຈຳການ ຕາມຈຸດແຫຼ່ງທ່ອງທ່ຽວທີ່ຂະແໜງ ຖວທ ກຳນົດໄວ້, ເພື່ອປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຄຸ້ມຄອງ, ຕິດຕາມຮັກສາຄວາມສະຫງົບ ແລະ ຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວຕາມຫຼັກວິຊາສະເພາະ, ກົດໝາຍ-ລະບຽບການ ແລະ ນະໂຍບາຍການຕ່າງປະເທດ.

ສະຖານທີ່ທ່ອງທ່ຽວພຣະທາດຫຼວງວຽງຈັນ

ນອກນີ້, ກໍໄດ້ຊີ້ນຳໃຫ້ກົມຕໍາຫຼວດທ່ອງທ່ຽວ ກະກຽມຄວາມພ້ອມໃນການເປີດປະເທດ, ຕ້ອນຮັບນັກທ່ອງທ່ຽວໃຫ້ມີປະສິດທິພາບ, ຄ່ອງຕົວ, ສະ ດວກ-ວ່ອງໄວ, ຮັບປະກັນດ້ານຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສາມາດຄວບຄຸມໄດ້ການແຜ່ລະບາດຂອງພະຍາດໂຄວິດ -19; ໃນນັ້ນ, ໄດ້ນຳໃຊ້ ແລະ ອອກແຈ້ງການລະອຽດ ຄື: ກະຊວງ ປກສ ໄດ້ຊີ້ນຳຕໍາຫຼວດທ່ອງທ່ຽວເອົາໃຈໃສ່ໃນການກວດກາ, ຕິດຕາມ ແລະ ປະຕິບັດຕາມ ເອກະສານແຈ້ງການທີ່ລັດຖະບານວາງອອກໃນແຕ່ລະໄລຍະໃຫ້ເຂັ້ມງວດ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດເອົາໃຈໃສ່ລົງເລິກ ແລະ ໃກ້ຊິດຕິດແທດກັບຜູ້ປະກອບການ ຄື: ບໍລິສັດນຳທ່ຽວ, ພະນັກງານນຳທ່ຽວ, ພະນັກງານຂັບລົດຂົນສົ່ງນັກທ່ອງທ່ຽວ, ພາຫະນະຂົນສົ່ງທ່ອງທ່ຽວ, ສະຖານທີ່ພັກໂຮງແຮມ, ແຫຼ່ງທ່ອງທ່ຽວຮ້ານອາຫານ, ຮ້ານບັນເທີງ ແລະ ອື່ນໆ; ຫຼຸດຂັ້ນຕອນໃນການປະກອບເອກະສານ ເພື່ອຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ບໍ່ສ້າງຄວາມສົບສົນໃຫ້ແກ່ພາກທຸລະກິດ, ເອົາໃຈໃສ່ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອຄວາມປັນເອກະພາບໃນການຈັດຕັ້ງປະຕິບັດ, ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ເອົາໃຈໃສ່ກວດກາຕິດຕາມໃຫ້ຄວາມຮ່ວມມືສະດວກ, ວ່ອງໄວ ແລະ ຮັບປະກັນໃຫ້ແກ່ຄວາມສະຫງົບປອດໄພ ໃຫ້ແກ່ນັກທ່ອງທ່ຽວ.

ທ່ານກ່າວວ່າ: ກະຊວງ ປກສ ຍັງໄດ້ສ້າງຄວາມເປັນເອກະພາບຂອດການປະສານງານກັບພາກສ່ວນກ່ຽວຂ້ອງໃຫ້ກົມກຽວ-ຄ່ອງຕົວ ທັງເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບທີ່ນອນຢູ່ໃນຂົງເຂດຫົວໜ່ວຍທຸລະກິດທ່ອງທ່ຽວມີປະສິດທິພາບສູງ, ແນໃສ່ປ້ອງກັນ ແລະ ສະກັດກັ້ນ, ຊອກຮູ້ກຸ່ມຄົນບໍ່ດີທີ່ສວຍໃຊ້ໂອກາດນຳໃຊ້ເສັ້ນທາງຢ້ຽມຢາມ, ທ່ອງທ່ຽວເປັນສາກອຳພາງ, ເພາະເບິ່ງໃນແງ່ວິຊາສະເພາະຂອງເຈົ້າໜ້າ ທີ່ຕໍາຫຼວດແລ້ວແຫຼ່ງທ່ອງທ່ຽວ, ສະຖານທີ່ບັນເທີງ, ຮ້ານຄາຣາໂອເກະຈຳນວນໜຶ່ງໄດ້ກາຍເປັນຈຸດນັດພົບ, ຈຸດພັກເຊົາເຕົ້າໂຮມວາງແຜນການເຄື່ອນໄຫວ, ມອບໝາຍ ໜ້າທີ່ຂອງກຸ່ມອາຊະຍາກຳປະເພດຕ່າງໆ ເປັນຕົ້ນກຸ່ມຄ້າຂາຍຢາເສບຕິດ, ຄ້າມະນຸດ, ຄ້າຂາຍເຖື່ອນ, ການພະນັນ; ເວົ້າອີກຢ່າງໜຶ່ງ, ເປັນສະຖານທີ່ເອື້ອອຳນວຍໃຫ້ແກ່ເປົ້າໝາຍອາຊະຍາກຳແຕ່ລະປະເພດ, ເຊິ່ງເປັນສິ່ງທ້າທາຍໃນການຕິດຕາມກວດກາ, ແກ້ໄຂຂອງເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງລວມທັງເຈົ້າໜ້າທີ່ຕໍາຫຼວດ.

ສະຖານທີ່ທ່ອງທ່ຽວປະຕູໄຊນະຄອນຫຼວງວຽງຈັນ

ບັນດາຈຸດພື້ນທີ່ດັ່ງກ່າວມານັ້ນ, ເປັນໜຶ່ງໃນຕະຫຼາດຈຳໜ່າຍ, ຊື້-ຂາຍສິ່ງຜິດກົດໝາຍ (ຈຳໜ່າຍ, ມົ່ວສຸມຢາເສບຕິດລາຍຍ່ອຍ, ລາຍກາງ ), ຄ້າປະເວນີ (ຄ້າມະ ນຸດ ). ພ້ອມດຽວກັນນັ້ນ, ກໍເປັນສະຖານທີ່ຫຼິ້ນກິນຟຸ່ມເຟືອຍ, ເບື່ອເມົາ, ສ້າງໜີ້ສິນ, ມີຄວາມຕ້ອງການເງິນເພື່ອຕອບສະໜອງກໍ່ໃຫ້ເກີດມີການປຸ້ນຈີ້-ຊີງຊັບ, ຂ້າເຈົ້າເອົາຂອງ, ຈຳນວນໜຶ່ງກໍມີການກູ້ຢືມເປັນໜີ້ນອກລະບົບ ເມື່ອບໍ່ມີຄວາມສາມາດຊຳລະກໍ່ເກີດມີການທະເລາະວິວາດກັນ, ໃຊ້ກຳລັງຂົ່ມຂູ່ທຳຮ້າຍຮ່າງກາຍທວງໜີ້ນອກລະບົບ, ກັກຂັງໜ່ວງໜ່ຽວ ຫຼື ການຈັບຕົວຮຽກຄ່າໄຖ່ ແລະ ການຄາດຕະກຳອຳພາງຄະດີ, ສ້າງ ຄວາມຢ້ານກົວໃຫ້ແກ່ສັງຄົມ, ທ້າທາຍຕໍ່ອຳນາດລັດ, ກໍຄືຄວາມສາມາດຂອງເຈົ້າໜ້າທີ່ເຊິ່ງທັງໝົດນີ້ນອນໃນກົນອຸບາຍ, ລ່ຽມລາຍຂອງແກ້ງອັນຕະ ພານກຸ່ມອາຊະຍາກອນ. ເປົ້າໝາຍກໍ່ອາຊະຍາກຳປະເພດຕ່າງໆ, ຈະສວຍໃຊ້ໂອກາດໄລຍະການເປີດປະເທດເຂົ້າມາເຄື່ອນໄຫວກະທຳຜິດໄດ້ສະດວກຂຶ້ນ, ເປົ້າໝາຍຢູ່ພາຍໃນກໍຈະມີເງື່ອນໄຂພົວພັນ, ສົມທົບກັບເປົ້າໝາຍພາຍນອກ ເພື່ອວາງແຜນກໍ່ຄວາມບໍ່ສະຫງົບຄວາມບໍ່ເປັນລະບຽບປອດໄພໃນສັງຄົມ.