ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຊຸດທີ IX ຂອງສະພາແຫ່ງຊາດ ວັນທີ 22 ມິຖຸນາ 2022, ເປັນປະທານໂດຍ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນໃສ່ບົດລາຍງານຂອງ ອົງການໄອຍະການປະຊາຊົນສູງສຸດ ສໍາເລັດ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໃນຫຼາຍບັນຫາສຳຄັນ ໂດຍສະເພາະການແກ້ໄຂຄະດີຢາເສບຕິດໃຫ້ຖືກຕ້ອງ, ສອດຄ່ອງ ແລະ ຮັດກຸມ.

ທ່ານ ໄຊຊະນະ ໂຄດພູທອນ ໃຫ້ຮູ້ວ່າ:

ອົງການໄອຍະການປະຊາຊົນສູງສຸດ ໄດ້ອອກຄໍາສັ່ງເຖິງ ອົງການໄອຍະການ ໃນຂອບເຂດທົ່ວປະເທດ ໃຫ້ເພີ່ມທະວີດຳເນີນຄະດີຢາເສບຕິດໃຫ້ເຂັ້ມງວດກວ່າເກົ່າ ໂດຍຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ສ້າງກົນໄກປະສານງານ, ເຮັດວຽກຮ່ວມກັນໃນການແກ້ໄຂບັນຫາຢາເສບຕິດ, ເຊິ່ງໄດ້ເຫັນດີໃຫ້ພະນັກງານໄອຍະການແຕ່ລະແຂວງ ແລະ ແຕ່ລະເຂດ ສາມາດເຂົ້າຮ່ວມຕິດຕາມກວດກາ ການດຳເນີນຄະດີຢາເສບຕິດແຕ່ຫົວທີ ເພື່ອຮັບປະກັນໃຫ້ການກຳເນີນຄະດີມີຄວາມສອດຄ່ອງຕາມລະບຽບກົດໝາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ພ້ອມນັ້ນ, ຈະອອກຄຳສັ່ງ, ຄຳເນາະນຳຂອງ ອົງການໄອຍະການ ເພື່ອໃຫ້ ອົງການປະຊາຊົນແຂວງ ໃນຂອບເຂດທົ່ວປະເທດ ຫັນລົງສູ່ເມືອງ, ສູ່ເຂດ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຕື່ມກ່ຽວກັບ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ. ປັດຈຸບັນ, ອົງການໄອຍະການ ກຳລັງສຸມໃສ່ຕີລາຄາຄືນ ການແກ້ໄຂບັນຫາພະນັກງານໄອຍະການເຂດ ໃຫ້ໄປປະຈຳຢູ່ເມືອງ ຫຼື ຫັນໄປເປັນພະນັກງານໄອຍະການປະຈຳເມືອງ, ເພີ່ມບຸກຄະລາກອນ, ເພີ່ມສິດອຳນາດໃຫ້ເຂົາເຈົ້າ ສາມາດອອກຄຳສັ່ງຈັບໂຕ, ປ່ອຍໂຕໄດ້, ຕິດຕາມກວດກາຄ້າຍຄຸມຂັງ, ຕິດຕາມການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຄືກັບອົງການໄອຍະການປະຊາຊົນເຂດ ພ້ອມທັງປັບປຸງຄືນກົນໄກແບບແຜນວິທີເຮັດວຽກຂອງ ອົງການໄອຍະການປະຊາຊົນເຂດ, ພະນັກງານໄອຍະການ ປະຈຳແຕ່ລະເມືອງຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.

ໃນຕົ້ນເດືອນສິງຫາ 2022 ນີ້, ອົງການໄອຍະການ ຈະທົດລອງສ້າງ ອົງການໄອຍະການເຂດ ປະຈຳເມືອງປາກງື່ມ ເພື່ອແກ້ໄຂບັນຫາຕ່າງໆ ໂດຍສະເພາະ ການຈັບ, ການປັບໃໝບໍ່ຖືກຕ້ອງ, ການຕິດຕາມ-ກວດກາ, ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ໄອຍະການ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ສຳລັບບຸກຄະລາກອນໃນເບື້ອງຕົ້ນ ແມ່ນ 7 ຄົນ, ຈະປະກອບວັດຖຸ, ອຸປະກອນ, ພາຫະນະ ແລະ ງົບປະມານ ພ້ອມກັບປະກອບສິດອຳນາດໃຫ້ເຂົາເຈົ້າ ສາມາດອອກຄຳສັ່ງຈັບໂຕໄດ້, ກວດຄົ້ນໄດ້, ກັກຂັງໄດ້, ປ່ອຍໂຕໄດ້, ສາມາດຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ, ຄ້າຍກັກຂັງຊົ່ວຄາວຂອງເມືອງ, ສາມາດຕິດຕາມກວດກາການປະຕິບັດໜ້າທີ່ຂອງ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດໄດ້, ເຊິ່ງຈະທົດລອງຈັດຕັ້ງປະຕິບັດເປັນເວລາ 3 ເດືອນ; ຖ້າການຈັດຕັ້ງປະຕິບັດ ມີປະສິດທິຜົນ, ຮັບປະກັນການປະຕິບັດໜ້າທີ່ຖືກຕາມກົດໝາຍ ອົງການໄອຍະການ ຈະເສີມຂະຫຍາຍອອກໄປບັນດາເມືອງທີ່ມີພື້ນຖານ ແລະ ເງື່ອນໄຂຄົບຖ້ວນ ຕື່ມອີກ.