ໃນວັນທີ 22 ມິຖຸນາ 2022, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການ, ໂດຍ ມີ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ປກສ, ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ, ມີວິຊາການແພດ-ໝໍ ຈາກສະຖາບັນເລືອດແຫ່ງຊາດ, ພ້ອມດ້ວຍກົມເສນາຮັກ, ນາຍ ແລະ ພົນຕໍາຫຼວດອ້ອມຂ້າງກົມໃຫຍ່ພະລາທິການເຂົ້າຮ່ວມ.

ພັທ ພອນສະຫວັນ ວົງຄໍາຈັນ ຮອງຫົວໜ້າກົມເສນາຮັກ ໃຫ້ຮູ້ວ່າ: ການບໍລິຈາກເລືອດໃນຄັ້ງນີ້ ມີນາຍ ແລະ ພົນຕໍາຫຼວດ ບໍລິຈາກເລືອດທັງໝົດ 115 ຄົນ, ມາຈາກ 3 ອົງການຈັດຕັ້ງ, ຊາວໜຸ່ມ, ແມ່ຍິງ, ກໍາມະບານຂອງກົມໃຫຍ່ພະລາທິການ.

ຈຸດປະສົງແມ່ນປະຕິບັດຕາມແຜນສະຖາບັນເລືອດແຫ່ງຊາດກັບກະຊວງປ້ອງກັນຄວາມ ສະຫົງບ, ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງພັກ-ຂອງ ຊາດ ເພື່ອຂໍ່ານັບຮັບຕ້ອນວັນແມ່ຍິງລາວ ທີ່ຈະມາເຖິງນີ້ ແລະ ເພື່ອຊ່ວຍເຫຼືອສັງຄົມ ກໍຄື: ເພື່ອນມະນຸດດ້ວຍກັນ ໂດຍສະເພາະຊ່ວຍເຫຼືອຄົນເຈັບທີ່ຕ້ອງການເລືອດຢູ່ໂຮງໝໍແຫ່ງຕ່າງໆ ເພື່ອກອບກູ້ເອົາຊີວິດຜູ້ທີ່ກໍາລັງເຈັບປ່ວຍຂາດ ເລືອດຈາກເຫດການຕ່າງໆ ເຊັ່ນ: ອຸບັດຕິເຫດ ຫຼື ພະ ຍາດຂາດເລືອດ ເພື່ອໃຫ້ເຂົາເຈົ້າໄດ້ກັບຄືນມາດໍາລົງຊີວິດຮ່ວມກັນໃນສັງຄົມຢ່າງເປັນປົກກະຕິ.