ໃນໄລຍະ 5 ເດືອນຕົ້ນປີ 2022, ກອງຄຸ້ມຄອງພາຫະນະ ນະຄອນຫຼວງວຽງຈັນ (ນວ) ສາມາດໃຫ້ບໍລິການຂຶ້ນທະບຽນລົດໄດ້ຈຳນວນ 21.294 ຄັນ ເມື່ອທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 50%; ໃນນັ້ນ, ໂອນຊື່, ປ່ຽນປ້າຍ, ປ່ຽນສີ, ປ່ຽນຈັກ ໄດ້ 23.272 ຄັນ ແລະ ກວດເຕັກນິກລົດ ໄດ້ 41.047 ຄັນ. ເຊິ່ງຂະນະດຽວກັນ, ກໍມີຜູ້ນຳໃຊ້ລົດໄຟຟ້າມາຂຶ້ນທະບຽນແລ້ວ ຈຳນວນ 257 ຄັນ ແລະ ຄາດວ່າຈະເພີ່ມຂຶ້ນອີກເລື້ອຍໆ.

ໃນວັນທີ 21 ມິຖຸນາ 2022 ຜ່ານມາ, ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ:

ໃນໄລຍະຜ່ານມາ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ໄດ້ສຸມໃສ່ປະຕິບັດຕາມທິດຊີ້ນຳຂອງນະຄອນຫຼວງ ໃນການແກ້ໄຂບັນຫາຕາມທິດ 3 ຫຼຸດ 3 ເພີ່ມ ໂດຍສະເພາະການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ແລະ ຮັບປະກັນການກວດກາເຕັກນິກຍານພາຫະນະໃຫ້ໄດ້ຕາມມາດຕະຖານ.

ສ່ວນໃນປີ 2021 ທີ່ຜ່ານມາ, ກອງຄຸ້ມຄອງພາຫະນະ ສາມາດໃຫ້ບໍລິການຂຶ້ນທະບຽນລົດໃໝ່ໄດ້ທັງໝົດ 42.015 ຄັນ; ໂອນຊື່, ປ່ຽນປ້າຍ, ປ່ຽນ ສີ, ປ່ຽນຈັກ ໄດ້ທັງໝົດ 41.578 ຄັນ ແລະ ກວດເຕັກນິກລົດ 74.381 ຄັນ.

ນອກຈາກນີ້, ພວກເຮົາກໍສາມາດຂະຫຍາຍຫ້ອງການໄດ້ 3 ສາຂາ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທີ່ຢູ່ເຂດໃກ້ຄຽງ ເຊິ່ງທັງສາມສາຂາແມ່ນສາມາດໃຫ້ບໍລິການຄືກັນກັບສຳນັກງານໃຫຍ່ຢູ່ທົ່ງປົ່ງ ເປັນຕົ້ນ ການຂຶ້ນທະບຽນໃໝ່, ຕໍ່ທະບຽນ, ໂອນກຳມະສິດ, ຕໍ່ໃບຂັບຂີ່ ແລະ ຕິດປ້າຍລົດ ໂດຍປະກອບມີ:

  • ສາຂາບ້ານສີວິໄລ (ໃກ້ກັບໂຮງຮຽນສອນຂັບລົດນ້ຳຊ່ວງ) ເມືອງນາຊາຍທອງ ໄດ້ເປີດບໍລິການມາແຕ່ວັນທີ 6 ມັງກອນ 2020
  • ສາຂາບ້ານໂພນຄຳ (ຫຼັກ16) ເມືອງໄຊທານີ ໄດ້ເປີດບໍລິການແຕ່ວັນທີ 18 ມັງກອນ 2021 ເປັນຕົ້ນມາ
  • ສາຂາບ້ານດົງໂພສີ (ຕໍ່ໜ້າສາງທ່າບົກ -ທ່ານາແລ້ງ) ເມືອງຫາດຊາຍຟອງ ໄດ້ເປີດໃຫ້ບໍລິ ການໃນວັນທີ 4 ມັງກອນ2022

ທ່ານ ບຸນປອນ ບຸນສົມຫວັງ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ມີຫຼາຍບໍລິສັດທີ່ນຳເຂົ້າລົດໄຟຟ້າ ເຊິ່ງມີຫຼາຍລຸ້ນຫຼາຍລາຄາ ເຮັດໃຫ້ຜູ້ຊົມໃຊ້ມີທາງເລືອກຫຼາຍຂຶ້ນ ແລະ ຈະມີທ່າອ່ຽງໃນການຂະຫຍາຍຕົວຂອງລົດໄຟຟ້ານັບມື້ເພີ່ມຂຶ້ນ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ. ເຖິງຢ່າງໃດກໍຕາມ, ບັນຫາທີ່ສຳຄັນທີ່ສຸດກໍຄື ຕ້ອງຮັບປະກັນໄດ້ຄຸນນະພາບ, ຄວາມປອດໄພ ແລະ ສະຖານທີ່ອຳນວຍຄວາມສະດວກໃນການສາກໄຟຢູ່ສະຖານທີ່ສາທາລະນະ ແລະ ຈຸດຕ່າງໆ ເພື່ອຮອງຮັບໃຫ້ແກ່ຜູ້ຂັບຂີ່ລົດໄຟຟ້າ.