ການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ທີ່ພົວພັນຢູ່ໃນຂະແໜງການສຶກສາ ແລະ ກິລາ ແມ່ນໄດ້ຖືເອົາການສຶກສາອົບຮົມດ້ານແນວຄິດ ເປັນຈຸດສຸມໃນການດຳເນີນການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະ ການປະເມີນການສ້າງກົມກອງ ແລະ ສະຖາບັນການສຶກສາປອດຢາເສບຕິດ ໄລຍະ 7-8 ເດືອນມານີ້ ແມ່ນພົບຂໍ້ຫຍຸ້ງຍາກຍ້ອນການລະບາດຂອງພະຍາດໂຄວິດ-19, ແຕ່ຄາດວ່າເລີ່ມເປີດສົກຮຽນໃໝ່ 2022-2023 ນີ້ ແມ່ນຈະເລີ່ມຕິດຕາມກວດກາປະເມີນ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຂຶ້ນລາຍງານກ່ຽວກັບສະພາບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຢາເສບຕິດ ໃນຂະແໜງການສຶກສາ ແລະ ກິລາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານລັດຖະມົນຕີ ກະຊວງ ສສກ ກໍໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດດັ່ງກ່າວ ໃນຂະແໜງຂອງຕົນ ໂດຍສະເພາະແມ່ນ ວຽກທີ່ຕິດພັນ ເຊິ່ງກໍເປັນວຽກປົກກະຕິທີ່ເຄີຍໄດ້ເຮັດມາແລ້ວນັ້ນ ກໍຄື ການສ້າງໂຮງຮຽນປອດຢາເສບຕິດ ເຊິ່ງທ່ານໄດ້ກ່າວວ່າ:

ຂະແໜງ ສສກ ໄດ້ເລັ່ງດ້ານແນວຄິດຈິນຕະນາການ ໂດຍສຸມໃສ່ການນຳພາສຶກສາອົບຮົມແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ສະມາຊິກພັກ, ພະນັກງານຄູ-ອາຈານ, ນັກຮຽນ, ນັກສຶກສາໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ທົ່ວເຖິງ ແລະ ທຸກກົມກອງຮາກຖານການສຶກສາ ແລະ ກິລາ ເພື່ອນໍາເອົາເນື້ອໃນກ່ຽວກັບວຽກງານດັ່ງກ່າວ ສອດແຊກເຂົ້າໃນຫຼັກສູດການຮຽນ-ການສອນ.

ພ້ອມກັນນັ້ນ, ກໍໂຄສະນາເຜີຍແຜ່ກົດໝາຍນິຕິກຳທີ່ກ່ຽວຂ້ອງໃນຫຼາຍຮູບການ, ຫຼາຍຊ່ອງທາງ ເປັນຕົ້ນ ແຜ່ນພັບ, ໜັງສືພິມ, ໂທລະພາບ, ວິທະຍຸກະຈາຍສຽງ, ຢູ່ໃນຂະແໜງ ສສກ ກໍໄດ້ມີລາຍການໂທລະພາບ ແລະ ວິທະຍຸກະຈາຍສຽງຂອງຕົນ ແລະ ຜ່ານສື່ອື່ນໆ ເພື່ອໃຫ້ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາ ໄດ້ຮູ້ເຖິງຜົນຮ້າຍອັນຕະລາຍຂອງຢາເສບຕິດ; ລວມທັງຈັດຫາສິ່ງພິມ-ປ້າຍໂຄສະນາຕ່າງໆ ທີ່ກ່ຽວກັບຜົນຮ້າຍຂອງຢາເສບຕິດ ເພື່ອຕິດຕາມປ້າຍໂຄສະນາຕ່າງໆຢູ່ສະຖາບັນການສຶກສາ. ນອກຈາກນີ້, ໄດ້ຈັດສໍາມະນາຖາມ-ຕອບຄວາມຮູ້ຜົນຮ້າຍ ແລະ ອັນຕະລາຍຂອງຢາເສບຕິດ ໃນສຳນັກງານກົມກອງສະຖານການສຶກສາ ແລະ ກິລາ; ສິ່ງທີ່ສໍາຄັນອັນໜຶ່ງ, ເມື່ອຮອດວັນສາກົນຕ້ານຢາເສບຕິດ ກໍໄດ້ສ້າງຂະບວນການຕ່າງໆ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ລູກຫຼານນັກຮຽນນັກສຶກສາຂອງພວກເຮົາ.

ທ່ານຍັງໄດ້ກ່າວຕື່ມວ່າ: ກະຊວງ ສສກ ຍັງໄດ້ເອົາໃຈໃສ່ສ້າງ, ປັບປຸງນິຕິກໍາຕ່າງໆ ແລະ ໄດ້ອອກຂໍ້ຕົກລົງ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບໂຄງການສ້າງໂຮງຮຽນປະຖົມສຶກສາ ແລະ ມັດທະຍົມສຶກສາປອດຢາເສບຕິດ ແລະ ຄະນະຮັບຜິດຊອບ ໄດ້ຮັບຮອງ ວິທະຍາໄລປອດຢາເສບຕິດ; ຄໍາສັ່ງວ່າດ້ວຍການຕ້ານ ແລະ ສະກັດກັ້ນສິ່ງເສບຕິດ ໃນຂະແໜງການ ສສກ, ຂໍ້ຕົກວ່າດ້ວຍຂໍ້ຫ້າມການລົງວິໄນຕໍ່ຄູ ແລະ ບຸກຄະລາກອນ ຂະແໜງ ສສກ, ເພີ່ມບົດລົງວິໄນເຂົ້າຕື່ມ ໂດຍສະເພາະ ລົງວິໄນຜູ້ທີ່ພົວພັນກັບຢາເສບຕິດ; ໄດ້ອອກແຈ້ງການການເພີ່ມທະວີການຕ້ານສະກັດກັ້ນການນຳໃຊ້ຢາສູບໄຟຟ້າ ແລະ ຢາສູບອື່ນໆ, ອອກຂໍ້ຕົກລົງວ່າດ້ວຍການອະນຸມັດເອກະສານຂອບແນວຄິດກ່ຽວກັບ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ໃນຂະແໜງ ສສກ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບທຸກຂັ້ນ ຈັດກອງປະຊຸມທົບທວນຖອດຖອນບົດຮຽນຂອງ ຄະນະຮັບຜິດຊອບຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເປັນປະຈຳ 3 ເດືອນ, 6 ເດືອນ ແລະ ປະຈຳປີ.

ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດບັນດາວຽກງານທີ່ຕິດພັັນກັບວາລະແຫ່ງຊາດ ໂດຍສະເພາະໄລຍະການລະບາດຂອງໂຄວິດ-19 ແມ່ນໄດ້ຮັບຄວາມຫຍຸ້ງຍາກ ເປັນຕົ້ນວຽກງານທີ່ກ່ຽວຂ້ອງກັບການສ້າງກົມກອງ ແລະ ສະຖາບັນການສຶກສາປອດຢາເສບຕິດ ໄລຍະ 7-8 ເດືອນມານີ້, ອີກດ້ານໜຶ່ງ ກໍຍ້ອນງົບປະມານ ຈຶ່ງບໍ່ສາມາດໄປປະຕິບັດວຽກງານດັ່ງກ່າວໃຫ້ທົ່ວເຖິງໄດ້ ເພາະການປະເມີນຕ້ອງໄດ້ລົງຕົວຈິງ ເຊິ່ງການທີ່ໄປກວດຊອກຫາ ຫຼື ພິສູດວ່າຕິດຢາເສບຕິດ ແມ່ນຈຳຕ້ອງໄດ້ໃຊ້ທັງຊັບພະຍາກອນ ແລະ ໃຊ້ເວລາ, ແຕ່ຄາດວ່າໃນໄລຍະເປີດສົກຮຽນໃໝ່ 2022-2023 ນີ້ ແມ່ນຈະເລີ່ມຕິດຕາມກວດກາປະເມີນ.

ນອກນີ້, ໃນການຈັດຕັ້ງຂະຫຍາຍການແກ້ໄຂບັນຫາຢາເສບຕິດ ໃນຂະແໜງ ສສກ ແມ່ນຍັງຈະໄດ້ສຸມໃສ່ໃນການຮ່ວມມືກັບຕ່າງປະເທດ ແລະ ບັນດາຂະແໜງກ່ຽວຂ້ອງ ເປັນຕົ້ນຕ້ອງໄດ້ເຮັດວຽກຢ່າງໃກ້ຊິດກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ອົງການຈັດຕັ້ງຂອງລັດ ແລະ ສັງຄົມ ຢູ່ໃນຂັ້ນສູນກາງ, ທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.