ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາຕົວ ນາງ ສຸລິນ ອາຍຸ 26 ປີ ບ້ານນໍ້າໂອ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເຄື່ອນໄຫວໂຄສະນາຜ່ານສື່ສັງຄົມອອນລາຍໃນການແລກປ່ຽນເງິນຕາຕ່າງປະເທດ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ເປີດເຜີຍວ່າ: ໃນ ວັນທີ 14 ມິຖຸນາ 2022, ໄດ້ກັກຕົວ ນາງ ສຸລິນ ມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ຜ່ານການດຳເນີນການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດແລ້ວເຫັນວ່າ: ນາງ ສຸລິນ ໄດ້ມີການເຄື່ອນໄຫວກະທຳຜິດໃນສະຖານການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍຂອງປະມວນກົດໝາຍອາຍາ ປີ 2017, ແຕ່ການກະທໍາຂອງຜູ້ກ່ຽວນັ້ນເປັນການກະທໍາຜິດຄັ້ງດຽວ ແລະ ໃນເວລາສືບສວນ-ສອບສວນຂອງເຈົ້າໜ້າທີ່ ນາງ ສຸລິນ ແມ່ນໄດ້ໃຫ້ຄວາມຮວມມື ແລະ ໃຫ້ການດ້ວຍຄວາມຈິງຕໍ່ເຈົ້າໜ້າທີ່. ດັ່ງນັ້ນ, ຄະນະຮັບຜິດຊອບສືບສວນ-ສອບສວນແກ້ໄຂການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍ ກົມຕຳຫຼວດເສດຖະກິດ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 49 ຂອງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ພ້ອມທັງຮຽກຮ້ອງໃຫ້ ນາງ ສຸລິນ ຕ້ອງປະຕິບັດຕາມຂໍ້ຫ້າມດັ່ງນີ້:

  1. ຫ້າມບໍ່ໃຫ້ ນາງ ສຸລິນ ມີການເຄື່ອນໄຫວ ແລະ ຢຸດຕິການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍອີກ, ຖ້າຫາກເຈົ້າໜ້າທີ່ສືບຮູ້ ຫຼື ກວດກາພົບເຫັນ ຈະນໍາຕົວມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.
  2. ຫ້າມບໍ່ໃຫ້ເອົາຄວາມລັບໃນການດຳເນີນຄະດີ ແລະ ເອກະສານທາງລັດຖະການຂອງເຈົ້າໜ້າທີ່ໄປໂຄສະນາເຜີຍແຜ່ຕໍານິວິຈານ, ໃສ່ຮ້າຍປ້າຍສີເຈົ້າ ໜ້າທີ່ຕຳຫຼວດ ແລະ ການຈັດຕັ້ງ, ຕໍ່ບຸກຄົນ ແລະ ສັງຄົມ ຫຼື ໄປໂພດລົງສື່ສັງຄົມອອນລາຍຢ່າງເດັດຂາດ ຖ້າຫາກເຈົ້າໜ້າທີ່ພົບເຫັນຮູບການທີ່ກ່າວມານັ້ນ ແມ່ນຈະໄດ້ດໍາເນີນຄະດີໃນຂໍ້ຫາການສ້າງຄວາມເສຍຫາຍຜ່ານຊື່ສັງຄົມອອນລາຍ ຕາມມາດຕາ 186, 205 ເເລະ ມາດຕາອື່ນໆທີ່ກ່ຽວ ຂ້ອງຂອງປະມວນກົດໝາຍອາຍາຢ່າງເຂັ້ມງວດ.
  3. ໃຫ້ຜູ້ທີ່ຖືກສຶກສາອົບຮົມກ່າວເຕືອນຕ້ອງລົບເຟສບຸກ ຂອງຕົນເອງທີ່ໄດ້ໂພດໂຄສະນາດຳເນີນເຄື່ອນໄຫວໃນການໂຄສະນາແລກປ່ຽນເງິນຕາຕ່າງປະ ເທດ ຫຼື ທຸລະກິດອື່ນໆທີ່ບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບກົດໝາຍນັ້ນອອກທັນທີ.
  4. ຜູ້ທີ່ໄດ້ຮັບການສຶກສາອົບຮົມກ່າວເຕືອນຈະປະຕິບັດ ແລະ ຍົກສູງນໍ້າໃຈສະຕິຕໍ່ຊາດຄວາມຮັບຜິດຊອບຕໍ່ໜ້າທີ່ຂອງພົນລະເມືອງລາວຕາມລັດຖະທຳ ມະນູນແມ່ນຍິນດີໃຫ້ຄວາມຮ່ວມມືລາຍງານຕໍ່ເຈົ້າໜ້າທີ່ຕຳຫຼວດຊາບ ຖ້າຫາກພົບເຫັນບຸກຄົນ ແລະ ນິຕິບຸກຄົນຫາກມີການເຄື່ອນໄຫວລະເມີດລະບຽບກົດໝາຍ ເພື່ອໃຫ້ເຈົ້າທີ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ທ່ວງທັນຕໍ່ເຫດການ ແລະ ສະຖານະການດັ່ງກ່າວ. ຜ່ານການສຶກສາອົບຮົມເຫັນວ່າ ນາງ ສຸລິນ ແມ່ນໄດ້ຮັບຮູ້ຕໍ່ການສຶກສາອົບຮົມກ່າວເຕືອນຂອງເຈົ້າໜ້າທີ່ ກົມຕຳຫຼວດເສດຖະກິດ ແລະ ເຫັນດີຈະປະຕິບັດ ຕາມບົດບັນທຶກສະບັບນີ້ຢ່າງ ເຂັ້ມງວດ.