ເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ສົມທົບກັບພາກສ່ວນກ່ຽວຂ້ອງໄດ້ສະກັດຈັບຜູ້ຖືກສົງໄສໄດ້ 1 ຄົນກໍາລັງຂົນກັນຊາຈໍານວນ 20 ກວ່າເປົ໋າ ລົງເຮືອກຽມສົ່ງຂ້າມຂອງໄປຍັງປະເທດເພື່ອນບ້ານ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 21 ມີຖຸນາ ຜ່ານມານີ້, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງຫີນບູນ ແຂວງຄຳມ່ວນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ຕິດຕາມ ເປົ້າໝາຍຜູ້ຄ້າຂາຍຢາເສບຕິດ ໃນຂອບເຂດບ້ານໂພນຄໍ້ ເມືອງຫີນບູນ ແຂວງຄຳມ່ວນ. ມາຮອດເວລາ ປະມານ 3:00 ໂມງເຊົ້າຂອງວັນດຽວກັນ ຈຶ່ງພົບເຫັນຜູ້ຖືກສົງໄສກຳລັງຂົນຢາເສບຕິດປະເພດຄັນຊາລົງໃສ່ເຮືອຈັກຫາງຍາວ ເພື່ອຈະຂ້າມຂອງ ແລະ ສົ່ງໄປປະເທດເພື່ອນບ້ານ; ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ນໍາກຳລັງເຂົ້າປິດລ້ອມແລ້ວ ກັກໂຕຜູ້ຖຶກຫາໄດ້ 1 ຄົນພ້ອມຂອງກາງຢາເສບຕິດປະເພດກັນຊາອັດແທ່ງໄດ້ 24 ເປົ໋າ ນ້ຳໜັກລວມ 939 ກິໂລກຼາມ, ລົດກະບະວີໂກ້ ສີປອນທອງ ກກ 5598 ສະຫວັນນະເຂດ, ລົດຈັກ 1 ຄັນ, ເຮືອຈັກ 1 ລໍາ ແລະ ໂຟນີ 1 ເຄື່ອງ.

ຜ່ານການສອບສວນຜູ້ຖືກ ຫາຊື່ທ້າວ ແອັດ ອາຍຸ 30 ປີ, ຢູ່ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຜູ້ກ່ຽວຮັບສາລະພາບເປັນຜູ້ຮັບຈ້າງຂົນຄັນຊາຈຳນວນດັ່ງກ່າວລົງໃສ່ເຮືອໂດຍ ໄດ້ຄ່າຈ້າງ 3.000 ບາດ.

ປັດຈຸບັນ, ຄະດີດັ່ງກ່າວກອງບັນຊາການ ປກສ ແຂວງຄຳມ່ວນສອບສວນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.