ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະ ພາແຫ່ງຊາດຊຸດທີ IX ໃນວັນທີ 24 ມິຖຸນາ 2022, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງ ຊາດ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ, ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ.

ທ່ານ ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ແຕ່ໄລຍະກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງ ຊາດ ຊຸດທີ IX ໄດ້ຮັບຜົນສຳເລັດຫຼາຍດ້ານ ໂດຍສະເພາະດ້ານນິຕິບັນຍັດໄດ້ເປັນເຈົ້າການສົມທົບກັບກະຊວງ, ອົງການກ່ຽວຂ້ອງປະຕິບັດພາລະບົດ ບາດນິຕິບັນຍັດສຳເລັດການຮຽບຮຽງ ແລະ ປັບປຸງກົດໝາຍທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈຳນວນ 11 ສະ ບັບ, ເອົາໃຈໃສ່ປະສານສົມທົບກັບລັດຖະບານໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2022, ໄດ້ສົ່ງຮ່າງກົດໝາຍທີ່ກ່ຽວຂ້ອງໃຫ້ສະພາປະຊາຊົນຂັ້ນແຂວງ ເພື່ອຈັດຕັ້ງທາບທາມຢູ່ຂະແໜງການຕ່າງໆ ກໍຄືທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ, ຈັດຕັ້ງລະດົມແນວຄວາມຄິດຈາກເປົ້າໝາຍຕ່າງໆທັງ ພາກລັດ ແລະ ເອກະຊົນໄດ້ຢ່າງກວ້າງຂວາງ, ເຊິ່ງທັງໝົດມີກົດໝາຍເອົາໄປທາບທາມ ຈຳ ນວນ 9 ສະບັບ, ມີກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍສະບັບປັບປຸງ 6 ສະບັບ.

ໃນນີ້, ໄດ້ນຳພາດຳເນີນກອງປະຊຸມວິທະຍາສາດກ່ຽວກັບແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງ ແລະ ປະຕິບັດລັດຖະທຳມະນູນ ສປປ ລາວ ເພື່ອເປັນທິດທາງໃນການປັບປຸງວຽກງານດ້ານນິຕິບັນຍັດໃຫ້ມີຄຸນະພາບ ແລະ ປະສິດທິຜົນນັບມື້ສູງຂຶ້ນ ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບປະເມີນ ການຈັດຕັ້ງປະຕິບັດກົດໝາຍ 4 ກົດໝາຍ ທີ່ຕິດພັນກັບວະລະແຫ່ງຊາດ ຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ.

ສຳລັບການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ພົ້ນເດັ່ນ ໂດຍສະເພາະການ ແກ້ໄຂບັນຫາຢາເສບຕິິດຢູ່ບັນດາກະຊວງ, ອົງການ ແລະ ບັນດາແຂວງ, ນະຄອນຫຼວງວຽງຈັນ ໄດ້ມີການໂຄສະນາເຜີຍແຜ່ນິນິກຳຂອງພັກ-ລັດ ໂດຍຜ່ານສື່ມວນຊົນປະເພດຕ່າງໆໃຫ້ພະນັກງານ, ທະ ຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າໄດ້ເຊື່ອມຊຶມ, ເຂົ້າໃຈຜົນຮ້າຍຂອງຢາເສບຕິດ, ຄົ້ນຄວ້າການປັບປຸງກົດໝາຍວ່າດ້ວຍຢາເສບຕິດ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ຈຳນວນ 11 ສະບັບ, ສາມາດມ້າງຄະດີກ່ຽວກັບຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 5,818 ຄົນ, ຢຶດຂອງກາງໄດ້ຈຳນວນຫຼາຍ ແລະ ຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດທົ່ວປະເທດ ມີຈຳນວນ 1.969 ຄົນ.

ຕໍ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ, ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແມ່ນຕິດຕາມກວດກາໂຄງ ການເຊົ່າຊັບສິນ, ທີ່ດິນລັດ, ສຳປະທານທີ່ດິນສ້າງເຂື່ອນໄຟຟ້າ, ໂຄງການທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ທາດ, ໂຄງການສົ່ງເສີມຜະລິດກະສິກຳທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການຄຸ້ມຄອງເຂດເສດຖະກິດພິເສດຢູ່ບັນດາແຂວງ, ໂຄງການເຊື່ອມໂຍງ-ເຊື່ອມຈອດ ເປັນຕົ້ນໂລຈິດສຕິກ ແລະ ນຳໃຊ້ທ່າແຮງລົດໄຟລາວ-ຈີນ; ໃນນັ້ນ, ຕໍ່ກັບບັນຫາຢາເສບຕິດແມ່ນຕິດຕາມກວດກາການເຄື່ອນໄຫວແກ້ໄຂຄະດີຢາເສບຕິດຂອງ ເຈົ້າໜ້າທີ່ທີ່ປະຕິບັດກົດໝາຍ ໂດຍສະເພາະການສັ່ງຈັບຕົວ, ການກັກຂັງພາງ, ການສືບສວນ-ສອບສວນ, ການສັ່ງຟ້ອງຂອງໄອຍະການ ແລະ ການຕັດສິນຂອງສານຕິດຕາມກວດກາບັນດາສູນບຳບັດ ແລະ ສະຖານທີ່ປິ່ນປົວຜູ້ຕິດຢາເສບຕິດ ແລະ ຕິດຕາມກວດກາປະເມີນການຈັດຕັ້ງປະຕິບັດກົດໝາຍຈຳນວນໜຶ່ງໃນຂົງເຂດຍຸຕິທຳທີ່ຕິດພັນກັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.