ຄະນະພັກຮາກຖານ ຫ້ອງພະລາທິການ ປກສ ແຂວງບໍລິຄຳໄຊ ຈັດກອງປະຊຸມຄະນະພັກຮາກຖານ ຄັ້ງທີ 6 ສະໄໝທີ I ໃນອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັທ ສົມຄິດ ໄຊສົງຄາມ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງພະລາທິການ, ມີ ສະຫາຍ ພັອ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະພັກຮາກຖານ, ເລຂາ, ຄະນະໜ່ວຍພັກ, ສະມະຊິກພັກສົມບູນ-ສຳຮອງ ຫ້ອງພະລາທິການ ເຂົ້າຮ່ວມ.

ສະຫາຍ ພັທ ຈັນເພັງ ຫຼ້າວິໄລ ຮອງເລຂາຄະນະພັກຮາກຖານ ໄດ້ຜ່ານບົດສະຫຼຸບການຊີ້ນຳ-ນຳພາຂອງ ຄະນະໜ່ວຍພັກຮາກຖານ ໃນໄລຍະ 3 ເດືອນ ຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ, ຄະນະພັກ ໄດ້ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ, ເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນໍາຂອງພັກວາງອອກ ໂດຍຖືເອົາການຮ່ວມຊີວິດຕິດພັນກັບການກວດກາເປັນປົກກະຕິ.

ຜ່ານມາ ໄດ້ສະເໜີຂັ້ນເທິງຄົ້ນຄວ້າມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າພັກ ໂດຍອີງຕາມມາດຖານເງື່ອນໄຂ ແລະ ລະບຽບຂອງພັກ ຄື:

  • ຮຽນສະໝັກບສະໜູນ 4 ສະຫາຍ ຍິງ 2 ສະຫາຍ
  • ຮຽນກົດລະບຽບພັກ 3 ສະຫາຍ ຍິງ 2 ສະຫາຍ
  • ສະເໜີມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກສຳຮອງ 3 ສະຫາຍ
  • ສະເໜີເລື່ອນສະມະຊິກພັກສໍາຮອງ ຂຶ້ນສົມບູນ 1 ສະຫາຍ

ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ເຄື່ອນໄຫວຕາມສິດພາລະບົດບາດ ໂດຍສະເພາະວຽກງານຂະບວນການ, ຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ແລະ ຂໍ້ແຂ່ງຂັນແມ່ຍິງ 3 ດີ ຢ່າງເປັນປົກກະຕິຕໍ່ເນື່ອງ ໂດຍຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ ເພື່ອໃຫ້ມີຄວາມຕື່ນຕົວເປັນແບບຢ່າງທີ່ດີ ສາມາດສ້າງເປັນເປົ້າໝາຍ ເພື່ອຂະຫຍາຍເຂົ້າພັກ ແລະ ສ້າງເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ, ໄດ້ນໍາພາເຄື່ອນໄຫວເຮັດວຽກງານວິຊາສະເພາະໄດ້ຮັບຜົນສຳເລັດ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ພ້ອມທັງຄົ້ນຄວ້າປຶກສາຫາລືປັບປຸງແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າໃຫ້ດີຂຶ້ນເປັນກ້າວໆ.

ສະຫາຍ ພັອ ຜາຂົງ ດອກມະນີຈັນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ທີ່ປະຊຸມ ເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະພັກຈົ່ງເອົາໃຈໃສ່ເປັນເຈົ້າການເຮັດໜ້າທີ່ເປັນເສນາທິການໃນວຽກງານຕ່າງໆ ໃຫ້ແກ່ຄະນະພັກຂັ້ນເທິງ, ສືບຕໍ່ນຳພາເຮັດວຽກງານການເມືອງ-ແນວຄິດໃຫ້ເປັນເປັນປົກກະຕິ ດ້ວຍຫຼາຍວິທີຢ່າງມີວິທະຍາສາດ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ເພື່ອເຊີດຊູບົດບາດການນຳພາຂອງພັກໃຫ້ສູງຂຶ້ນ, ເອົາໃຈໃສ່ນຳພາວຽກງານອົງການຈັດຕັ້ງມະຫາຊົນ ເພື່ອສ້າງພະນັກງານສືບທອດປ່ຽນແທນ ພ້ອມຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກໃຫ້ຖືກຕ້ອງຕາມກົດລະບຽບຂອງພັກວາງອອກ, ເພີ່ມທະວີເອົາໃຈໃສ່ປະຕິບັດວຽກງານນະໂຍບາຍ, ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ-ນັກຮົບໃຫ້ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ເພີ່ມທະວີນຳພາເຮັດວຽກງານວິຊາສະເພາະຄຸ້ມຄອງລາຍຮັບລາຍຈ່າຍງົບປະມານຕ່າງໆ ແລະ ຊຸກຍູ້ວຽກງານລາຍຮັບຜ່ານປະຕູດຽວໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.