ການດໍາເນີນທຸລະກິດຂອງລັດວິສາຫະກິດທີ່ລັດຖືຮຸ້ນ 100% ສ່ວນໃຫຍ່ມີແຕ່ຂາດທຶນ ແລະ ສ້າງພາລະໃຫ້ແກ່ລັດຖະບານ, ເຊິ່ງໃນແຕ່ລະປີ ບັນດາບໍລິສັດລັດວິສາຫະກິດ ມີຜົນກຳໄລໜ້ອຍ, ເຫຼືອນັ້ນແມ່ນຂາດທຶນ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເປີດເຜີຍວ່າ:

ການດຳເນີນທຸລະກິດຂອງລັດວິສາຫະກິດ ຂາດທຶນເກີດຈາກຫຼາຍສາເຫດ ແຕ່ທັງໝົດແມ່ນສາເຫດພາຍໃນທີ່ສັງລວມອອກເປັນ 2 ສາເຫດໃຫຍ່ ຄື: ການບໍລິຫານງານຂອງເບື້ອງລັດ ແລະ ຜູ້ເຮັດຢູ່ລັດວິສາຫະກິດສວຍໂອກາດສໍ້ໂກງຫາຜົນປະໂຫຍດສ່ວນຕົວ ເນື່ອງຈາກຜ່ານການລາຍງານຂອງບັນດາບໍລິສັດລັດວິສາຫະກິດ ໃນແຕ່ລະປີ ແມ່ນມີໜ້ອຍທີ່ມີຜົນກໍາໄລ, ເຫຼືອນັ້ນແມ່ນຂາດທຶນ; ປົກກະຕິແລ້ວ ລັດຖະບານຕ້ອງອາໄສລັດວິສາຫະກິດອູ້ມຊູຍູ້ໜູນ, ແຕ່ກົງກັນຂ້າມ ບັນດາລັດວິສາຫະກິດຢູ່ລາວ ມີແຕ່ເປັນຕົວຈ່ອງດຶງ ຫຼື ສ້າງໜີ້ໃຫ້ລັດຖະບານໄປແກ້ໄຂຢ່າງຫຼວງຫຼາຍ.

ໃນໄລຍະຜ່ານມາ, ຖ້າບໍລິສັດໃດເປັນບໍລິສັດລັດວິສາຫະກິດ 100% ແມ່ນຍາກທີ່ສຸດທີ່ການດໍາເນີນທຸລະກິດຈະມີກໍາໄລ ຍ້ອນມີການເກື້ອກູນຫຼາຍຈົນເກີນໄປ, ບໍລິສັດໃດທີ່ພໍມີລາຍຮັບ ແມ່ນມີບັນດາຈູ້ມເຈື້ອເຊື້ອສາຍ ຫຼື ເອົາແຕ່ຍາດພີ່ນ້ອງຕົນເອງເຂົ້າເຮັດວຽກ. ນອກຈາກນີ້, ຍັງມີປະກົດການສ້າງໂຄງການບໍ່ມີຕົວຕົນຂຶ້້ນມາເພື່ອເອົາເງິນອອກມາໃຊ້, ທັ້ງນີ້ ກໍຍ້ອນລັດຖະບານປ່ອຍປະລະເລີຍມາແຕ່ດົນນານ.

ກະຊວງການເງິນ ລາຍງານໃຫ້ຮູ້ວ່າ:

ຫົວໜ່ວຍລັດວິສາຫະກິດໃນລາວ ມີທັງໝົດ 178 ຫົວໜ່ວຍ, ເທົ່າກັບ 0,12% ຂອງຈໍານວນຫົວໜ່ວຍວິສາຫະກິດທັງໝົດ 148.824 ຫົວໜ່ວຍ ທີ່ໄດ້ຂຶ້ນທະບຽນໃນຂອບເຂດທົ່ວປະເທດ.

ໃນປີ 2020, ກະຊວງການເງິນ ໄດ້ດໍາເນີນການປະເມີນຜົນຂີດຄວາມສາມາດທາງການເງິນດ້ວຍຕົວຊີ້ວັດ (KPI) ລວມ 3 ປີ ແຕ່ປີ (2016-2018) ຂອງຈໍານວນ 41 ຫົວໜ່ວຍ, ໃນນີ້ ແບ່ງເປັນ 3 ປະເພດ ຄື:

  • ລັດວິສາຫະກິດລັດຖືຮຸ້ນ 100% ຈໍານວນ 29 ຫົວໜ່ວຍ, ຜ່ານການຕີລາຄາເຫັນວ່າ ເປັນທຸລະກິດທີ່ມີຄວາມອ່ອນແອ ແລະ ມີຄວາມສ່ຽງໃນຕໍ່ໜ້າ
  • ລັດວິສາຫະກິດປະສົມທີ່ລັດຖືຮຸ້ນ 50%-100% ຈໍານວນ 5 ຫົວໜ່ວຍ, ຜ່ານການຕີລາຄາເຫັນວ່າ ເປັນທຸລະກິດທີ່ມີປະສິດທິຜົນສູງສົມຄວນ
  • ບໍລິສັດປະສົມທີ່ລັດຖືຮຸ້ນ 49% ລົງມາ ຈໍານວນ 7 ຫົວໜ່ວຍ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ກ່າວວ່າ:

ກະຊວງການເງິນ ມີການປະຕິຮູບບັນດາລັດສິສະຫະກິດ ໂດຍໄດ້ສົມທົບກັບ ບໍລິສັດທີ່ປຶກສາຈຳນວນໜຶ່ງ ເພື່ອມາປະເມີນຊັບສິນກ່ອນຈະຍຸບຈະບໍ່ໃຫ້ພະນັກງານລັດໄປເຮັດໂດຍລຳພັງ, ພວກເຮົາມີບໍລິສັດທີ່ປຶກສາເປັນຜູ້ປະເມີນໃຫ້, ຫຼັງຈາກນັ້ນ ຄະນະກໍາມະການ ຈຶ່ງມາຄົ້ນຄວ້າເພື່ອຄວາມໂປ່ງໃສ ແລະ ຖືກຕ້ອງຕາມຫຼັກການ.

ສຳລັບວິສາຫະກິດທີ່ໄດ້ກຳນົດໄວ້ທີ່ຈະຮັກສາຮຸ້ນ 100% ຫຼື ຈະໃຫ້ລັດຖືຮຸ້ນຫຼາຍກວ່າ ໃນ 20 ບໍລິສັດ ໄດ້ມີບັນຊີໝົດແລ້ວ ເຊິ່ງພວກເຮົາຈະຮັກສາໄວ້ມີ ບໍລິສັດ ຜະລິດໄຟຟ້າລາວ, ບໍລິສັດ ໄຟຟ້າລາວມະຫາຊົນ, ລັດວິສາຫະກິດການບິນລາວ, ນໍ້າມັນເຊື້ອໄຟລາວ, ໂຮງງານຜະລິດຢາເລກ 2, ເລກ 3, ລັດວິສາຫະກິດດາວທຽມລາວ ແລະ ບໍລິສັດອື່ນໆ, ເຊິ່ງຈະຮັກສາເປັນວິສາຫະກິດ 100% ແລະ ພາຍຫຼັງທີ່ປະເມີນລະອຽດ ຈະມີການຄົ້ນຄວ້າຕື່ມ.