ກອງບັນຊາການ ປກສ ເມືອງຈຳປາສັກ ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບວຽກງານການເມືອງ 6 ເດືອນຕົ້ນປີ 2022 ແລະ ວາງທິດທາງແຜນ ການໃນຕໍ່ໜ້າໃນອາທິດຜ່ານມາ ໂດຍການເປັນປະທານຂອງ ພັທ ສີວິໄຊ ສີສະວົງ ຜູ້ປະຈຳການກອງບັນຊາການ ປກສ ເມືອງ, ເຂົ້າຮ່ວມໂດຍ ພັອ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານຈາກກອງບັນຊາການ ປກສ ແຂວງ, ບັນດາພະແນກ, ປກສ ກຸ່ມ, ພ້ອມດ້ວຍກຳລັງວິຊາສະເພາະພາຍໃນກອງບັນຊາການເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ໄພທູນ ສິງເສລີ ຫົວໜ້າຈຸກໍ່ສ້າງຮາກຖານ ປະຈໍາເມືອງຈຳປາສັກ ໄດ້ຜ່ານບົດສະຫຼຸບວຽກງານຮາກຖານການເມືອງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ໄດ້ພ້ອມກັນສຸມໃສ່ແກ້ໄຂໃນໄລຍະຜ່ານມາ. ໃນນີ້, ວຽກງານຄຸ້ມຄອງສຳມະໂນຄົວໄດ້ປັບປຸງປື້ມສຳມະໂນຄົວໄດ້ 113 ຫົວ, ມີ 560 ຄົນ ຍິງ 283 ຄົນ, ອາຍຸ 15 ປີຂຶ້ນໄປ 423 ຄົນ ຍິງ 246 ຄົນ, ປະກອບປະຫວັດບຸກຄົນ 227 ຄົນ ຍິງ 112 ຄົນ, ປະກອບບັດປະຊາຊົນ 212 ຄົນ ຍິງ 100 ຄົນ. ນອກນັ້ນ, ຍັງສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ໃນສັງຄົມ, ເຊິ່ງໃນ 6 ເດືອນຜ່ານມາມີຄະດີເກີດຂຶ້ນທັງໝົດ 24 ເລື່ອງ, ແກ້ໄຂໄດ້ 6 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 6 ຄົນ, ສາມາດມ້າງຄະດີຄ້າຂາຍ ແລະ ມົ້ວສຸມຢາເສບຕິດໄດ້ 19 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 43 ຄົນ ຍິງ 3 ຄົນ, ຢຶດຂອງກາງຢາບ້າໄດ້ 21.830 ເມັດ, ຢາໄອສ໌ 17 ຖົງນ້ອຍ, ປະເພດອາວຸດເສິກ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ, ມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 22 ຄັ້ງ, ເສຍຊີວິດ1 ຄົນ, ບາດເຈັບ 28 ຄົນ ຍິງ 3 ຄົນ, ພາຫະນະເປ່ເພ 25 ຄັນ, ລວມມູນຄ່າເສຍຫາຍ 115 ລ້ານກີບ ແລະ ວຽກງານອື່ນໆນຳອີກ. ຈາກນັ້ນ, ຜູ້ແທນທີ່ ເຂົ້າຮ່ວມກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ມີເນື້ອໃນສົມບູນຂຶ້ນຕື່ມ ແລະ ວາງທິດທາງແຜນການໃນຕໍ່ໜ້າ.

ພັອ ສຸກພະຈັນ ສີລາເພັດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະ ກອງບັນຊາການ ປກສ ເມືອງຈຳປາສັກ ແລະ ກຳລັງກໍ່ສ້າງຮາກຖານ ປະຈຳເມືອງຈຳປາ ສັກ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດໃຫ້ອຳນາດການປົກຄອງ ແລະ ພໍ່-ແມ່ ປະຊາຊົນຢ່າງທົ່ວເຖິງ ເພື່ອເປັນການຊຸກຍູ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຢ່າງຫ້າວຫັນ, ຮອບດ້ານ, ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ.