ທ້າວ ຊ໋ອດກີ້ ອາຍຸ 27 ປີ ບ້ານທົ່ງຈະເລີນ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃສ່ລົດກະບະວີໂກ້ ຜ່າດ່ານກວດກາຂອງເຈົ້າໜ້າທີ່ ຢູ່ປ້ອມສາມແຍກກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ ແຕ່ຖືກເຈົ້າໜ້າທີ່ໄລ່ສະກັດໄດ້ທັນ.

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຄູນຄຳ ແຂວງຄໍາມ່ວນ ເປີດເຜີຍວ່າ: ໃນວັນທີ 5 ມິຖຸນາ 2022, ໄດ້ສືບຮູ້ວ່າຈະມີການຂົນສົ່ງກັນຊາແຫ້ງອັດແທ່ງ ຜ່ານມາທາງປ້ອມ ສາມແຍກກອງລໍ. ຈາກນັ້ນ, ເຈົ້າໜ້າທີ່ຈະລາຈອນ ແລະ ໜ່ວຍງານຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ເມືອງຄູນຄໍາ ທີ່ປະຈໍາການຢູ່ປ້ອມດັ່ງກ່າວ ຈຶ່ງໄດ້ວາງກໍາລັງສະກັດ. ຕໍ່ມາ, ໃນເວລາ 7:00 ໂມງ ມີລົດກະບະໂຕໂຍຕ້າວີໂກ້ ສີຂາວ ໝາຍເລກທະບຽນ ລລ 7778 ກໍາແພງນະຄອນ ເປັນລົດເປົ້າໝາຍ, ເມື່ອມາຮອດປ້ອມຈະລາຈອນສາມແຍກກອງລໍ ເຈົ້າໜ້າທີ່ຕໍາຫຼວດ ຈຶ່ງໄດ້ເຂົ້າສະກັດກັ້ນ ເພື່ອກວດຄົ້ນລົດຄັນດັ່ງກ່າວ. ແຕ່ເຈົ້າຂອງລົດບໍ່ໃຫ້ຄວາມຮ່ວມມື ພ້ອມທັງເລັ່ງລົດດ້ວຍຄວາມໄວສູງ ເພື່ອເອົາຕົວຫຼົບໜີເມື່ອເປັນແນວນັ້ນ ເຈົ້າໜ້າທີ່ໄດ້ນໍາກໍາລັງຕິດຕາມລົດ ເປົ້າໝາຍພໍຕິດຕາມໄປຮອດໄລຍະໜຶ່ງເຫັນລົດເປົ້າໝາຍຂີ່ກັບຄືນເຈົ້າໜ້າທີ່ກໍໄດ້ຕິດຕາມ ແລະ ພົບເຫັນລົດຄັນດັ່ງກ່າວຈອດຖິ້ມຢູ່ແຄມປ່າເຂດບ້ານຄູນເງິນ ເມືອງຄູນຄໍາ. ເຈົ້າໜ້າທີ່ ຈຶ່ງເຂົ້າກັກຕົວຜູ້ຂັບຂີ່ພ້ອມເຂົ້າກວດຄົ້ນໃນເບື້ອງຕົ້ນແມ່ນບໍ່ພົບເຫັນເຄືຶ່ອງຂອງກາງ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຈັດວາງກຳລັງອອກກວດຄົ້ນຫາເຄື່ອງຂອງກາງຢູ່ເຂດໃກ້ຄຽງ ຈຶ່ງພົບເຫັນຖົງສີດຳຈໍານວນ 10 ເປົາ ຊຸກເຊື່ອງໄວ້ຢູ່ໃນປ່າແຄມຫ້ວຍທອນ ເຂດບ້ານນາພົງ ເມືອງປາກກະດິງ. ຜ່ານການກວດຄົ້ນໃນກະເປົາ ພົບເຫັນກັນຊາແຫ້ງອັດແທ່ງ ນໍ້າໜັກ 488 ກິໂລກຼາມ, ເຈົ້າໜ້າທີ່ນໍາຂອງກາງ ແລະ ຜູ້ຖືກຫາດໍາເນີນຄະດີຕາມລະບຽບກົດໝາຍ.