ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຂໍ້ມູນວ່າ: ໃນວັນທີ 21 ມິຖຸນາ 2022 ໄດ້ມີກຸ່ມຄົນບໍ່ດີເຄື່ອນໄຫວຈັດສົ່ງຊື້-ຂາຍຢາເສບຕິດ ຢູ່ເຂດບ້ານທ່າມ່ວງ ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງຕິດຕາມ.

ໃນນັ້ນ, ສາມາດຈັບຕົວ ທ້າວ ສຸດສະດາ ຫຼື ກິໂນ້ ອາຍຸ 22 ປີ ຢູ່ບ້ານດອນປ່າໃໝ່ ເມືອງສີສັດຕະນາກ ພ້ອມຂອງກາງ ແລະ ເຄື່ອງຕິດຕົວມີຄື: ຢາເສບຕິດ ປະເພດຢາບ້າ 1.856 ເມັດ, ໂທລະສັບໄອໂຟນ 7 ສີທອງ 1 ໜ່ວຍ ແລະ ລົດຈັກສະກຸບປີ້ສີຂາວ ໝາຍເລກທະບຽນ ດຮ 8009 ກໍາແພງນະຄອນ 1 ຄັນ.

ຜ່ານການສອບສວນ, ທ້າວ ສຸດສະດາ ຫຼື ກິໂນ້ ໄດ້ຊັດທອດຫາຜູ້ຮ່ວມຂະບວນການ ໂດຍບອກເຈົ້າໜ້າທີ່ ວ່າ: ໄດ້ຊື້ນໍາ ທ້າວ ແຫຼວທອງ ຫຼື ແຫຼ້ ອາຍຸ 36 ປີ ຢູ່ບ້ານໂສກປ່າຫຼວງ ເມືອງສີສັດຕະນາກ. ຈາກນັ້ນ, ຮອດເວລາ 17:30 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ຕໍາຫຼວດ ກໍສາມາດຈັບຕົວ ທ້າວ ແຫຼວທອງ ໄດ້ພ້ອມຢາບ້າ 247 ເມັດ, ຢາໄອສ໌ 1 ຖົງນ້ອຍ, ໂທລະສັບມືຖື 2 ເຄື່ອງ, ລົດຈັກເວບ 100 ສີຟ້າ ບໍ່ມີໝາຍທະບຽນ (ລົດດັດແປງ), ເງິນກີບ 47.626.000 ກີບ ແລະ ເງິນບາດ 2.000 ບາດ.

ຫຼັງຈາກນັ້ນ, ໄດ້ທໍາການສອບສວນ ທ້າວ ແຫຼວທອງ ຫຼື ແຫຼ້ ເຊິ່ງໄດ້ຊັດທອດເຖິງຜູ້ຮ່ວມຂະບວນການທີ່ຕິດຕໍ່ພົວພັນຊື້-ຂາຍຢາບ້າ ຊື່ ນາງ ກາຍີ້ງ ທ່າວ ອາຍຸ 28 ປີ ຢູ່ບ້ານໂພນແກ້ວ ເມືອງນາຊາຍທອງ.

ຮອດເວລາ 19:55 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ ຈຶ່ງໄດ້ຂະຫຍາຍຜົນຫາກຸ່ມຂະບວນການ ຈົນສາມາດຈັບຕົວ ນາງ ກາຍີ້ງ ທ່າວ ພ້ອມຢຶດຂອງກາງ ແລະ ເຄື່ອງຕິດຕົວມີຄື: ຢາບ້າຈໍານວນ 36.609 ເມັດ, ປືນສັ້ນ 1 ກະບອກ ພ້ອມລູກປືນ 7 ລູກ (ປືນດັດແປງ), ສາຍຄໍສີເຫຼືອງຄ້າຍຄໍາ 1 ເສັ້ນ, ໂທລະສັບຢູນິເທວສີດໍາ 1 ໜ່ວຍ, ລົດຈັກຮອນດ້າເວບ 100 ຈໍານວນ 2 ຄັນ, ເງິນກີບ 2.100.000 ກີບ, ເງິນບາດ 31.200 ບາດ ແລະ ເງິນໂດລາ 50 ໂດລາ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ກໍາລັງສືບສວນ-ສອບສວນຂາຍຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການ ເພື່ອນໍາຕົວພວກກ່ຽວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.