ກອງບັນຊາການຕຳຫຼວດແຂວງກວາງຈິ ສສ ຫວຽດນາມ ໄດ້ມອບນໍ້າມັນ ເຊື້ອໄຟ (ແອັດຊັງ) ຈໍານວນ 3.000 ລິດ ໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ ໃນວັນທີ 24 ມິຖຸນາ 2022, ຕາງໜ້າມອບໂດຍ ຮອ ຫງວຽນ ຮ່າຟອງ ວິຊາການຫ້ອງການ ກອງບັນຊາການຕຳຫຼວດ ແຂວງກວາງຈິ ສສ ຫວຽດນາມ, ກ່າວຮັບໂດຍ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ຮອ ຫງວຽນ ຮ່າຟອງ ກ່າວວ່າ: ການມອບນໍ້າມັນເຊື້ອໄຟໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ ຄັ້ງນີ້, ເພື່ອເປັນການຊ່ວຍ ເຫຼືອກັນເຊິ່ງກັນແລະກັນຂອງສອງກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນກອງບັນຊາການ ປກສ ແຂວງກວາງຈິ ສສ ຫວຽດ ນາມ ແລະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ ໂດຍສະເພາະແມ່ນໃນໄລຍະນີ້ເຫັນວ່າຫຼາຍພາກສ່ວນແມ່ນມີການຂາດແຄນນໍ້າມັນເຊື້ອໄຟ ເພື່ອນໍາເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ.

ໃນໂອກາດດັ່ງກ່າວ, ພັອ ສັງທອງ ສີປະເສີດ ໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະການນຳກອງບັນຊາການຕຳຫຼວດແຂວງກວາງຈິ ກໍຄືຜູ້ນຳພັກ -ລັດແຫ່ງ ສສ ຫວຽດນາມ ທີ່ໄດ້ນຳເອົານ້ຳມັນເຊື້ອໄຟມາມອບໃຫ້ໃນຄັ້ງນີ້; ເຊິ່ງຍາມໃດ ສສ ຫວຽດນາມ ກໍເປັນຫ່ວງເປັນໄຍ ແລະ ໃຫ້ຄວາມສໍາຄັນໃນການຊ່ວຍເຫຼືອຕະຫຼອດມາ. ສະນັ້ນ, ຂໍໃຫ້ຄຳ ໝັ້ນສັນຍາວ່າຈະນຳເອົານ້ຳມັນດັ່ງກ່າວນີ້ໄປໝູນໃຊ້ໃນການປະຕິບັດໜ້າທີ່ວຽກງານວິຊາສະ ເພາະໃຫ້ແກ່ພະນັກງານ-ນັກຮົບໃນກອງບັນຊາການຢ່າງທົ່ວເຖິງ ແລະ ເກີດເປັນປະໂຫຍດສູງສຸດ.