ນັບແຕ່ເລີ່ມຈັດຕັ້ງປະບັດ ວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂບັນຫາຢາເສບຕິດ ແຕ່ເດືອນກັນຍາ ປີ 2021 ຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ໄດ້ຮັບສໍານວນຄະດີຢາເສບຕິດ ຈໍານວນ 2.582 ເລື່ອງ, ໄດ້ພິຈາລະນາແກ້ໄຂແລ້ວ ຈໍານວນ 2.212 ເລື່ອງ ເທົ່າກັບ 85,67%; ໃນນັ້ນ, ໄດ້ສັ່ງຟ້ອງສົ່ງສານແລ້ວ ຈໍານວນ 2.005 ເລື່ອງ, ໄດ້ຊັດມ້ຽນຄະດີຈໍານວນ 11 ເລື່ອງ, ໂຈະການດໍາເນີນຄະດີ 3 ເລື່ອງ, ໄດ້ສົ່ງຄືນໃຫ້ເຈົ້າໜ້າທີ່ ທໍາການສືບສວນ-ສອບສວນຄືນໃໝ່ 193 ເລື່ອງ, ກໍາລັງຄົ້ນຄວ້າ 370 ເລື່ອງ ເທົ່າກັບ 14,33%; ຈາກສະຖິຕິດັ່ງກ່າວ ເຫັນວ່າ ການດໍາເນີນຄະດີຢາເສບຕິດ ແມ່ນມີຄວາມເຂັ້ມງວດຂຶ້ນກວ່າເກົ່າ.

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ການຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນຂອງ ອົງການສືບສວນ-ສອບສວນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ມິຖຸນາ 2022 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:

ຕໍ່ກັບການຕິດຕາມກວດກາການນໍາໃຊ້ມາດຕະການສະກັດກັ້ນ ທີ່ຕິດພັນກັບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ນັບແຕ່ເດືອນທັນວາ 2021 ເປັນຕົ້ນມາ ເປັນໄລຍະທີ່ອົງການໄອຍະການປະຊາຊົນ ໄດ້ເລີ່ມຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ເຊິ່ງວຽກງານຕົ້ນຕໍແມ່ນ ການຕິດຕາມກວດກາການດໍາເນີນຄະດີຢາເສບຕິດ, ການສັ່ງຟ້ອງຜູ້ຖືກຫາຄະດີຢາເສບຕິດຂຶ້ນສານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເຂັ້ມງວດຮັບປະກັນຂໍ້ມູນຫຼັກຖານທີ່ຖືກຕ້ອງ ແລະ ນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍຢ່າງເດັດຂາດ ແລະ ທັນການ.

ບົນພື້ນຖານວາລະແຫ່ງຊາດດັ່ງກ່າວນັ້ນ, ຜ່ານມາ ອົງການໄອຍະການປະຊາຊົນ ໄດ້ສຸມໃສ່ຕິດຕາມກວດກາການດໍາເນີນຄະດີຢາເສບຕິດ ດ້ວຍຄວາມຮັບຜິດຊອບສູງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ ການຕິດຕາມກວດກາການນໍາໃຊ້ມາດຕະການສະກັດກັ້ນຂອງ ອົງການສືບສວນ-ສອບສວນ ຕາມມາດຕາ 136 ຂອງກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ເປັນຕົ້ນແມ່ນ: ການກັກຕົວ, ການຈັບຕົວ, ການກັກຂັງພາງ ແລະ ການປ່ອຍຕົວພາງ ຜູ້ຖືກຫາຄະດີຢາເສບຕິດ ໃຫ້ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ.

ແຕ່ປີ 2021 ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ໄດ້ອອກຄໍາສັ່ງຈັບຕົວ ຈໍານວນ 3.279 ສະບັບ, ໄດ້ກວດກາຄໍາສັ່ງກັກຕົວ ແລະ ອອກຄໍາສັ່ງກັກຂັງພາງ 14.714 ສະບັບ, ອອກຄໍາສັ່ງຕໍ່ກໍານົດເວລາກັກຂັງພາງ 12.770 ສະບັບ. ໃນນີ້, ໄດ້ກັກຂັງຜູ້ຖືກຫາຄະດີຢາເສບຕິດ ທັງໝົດ 6.628 ຄົນ ເທົ່າກັບ 45,04% ຂອງຈໍານວນຜູ້ຖືກຫາທັງໝົດ 14.714 ຄົນ; ທັງນີ້, ອົງການໄອຍະການປະຊາຊົນ ໄດ້ອອກຄໍາສັ່ງປ່ອຍຕົວພາງຜູ້ຖືກຫາຄະດີອາຍາທົ່ວໄປ 916 ຄົນ ແຕ່ສໍາລັບຜູ້ຖືກຫາຄະດີຢາເສບຕິດ ແມ່ນບໍ່ໄດ້ປ່ອຍຕົວພາງ.

ທ່ານ ໄຊຊະນະ ໂຄດພູທອນ ໃຫ້ຮູ້ອີກວ່າ:

ຜ່ານການຕິດຕາມກວດກາ ເຫັນວ່າ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດ ສ່ວນໃຫຍ່ໄດ້ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ໃນການດໍາເນີນການສືບສວນ-ສອບສວນ, ການປະຕິບັດມາດຕະການສະກັດກັ້ນ ໂດຍລວມແມ່ນໄດ້ປະຕິບັດຢ່າງຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແຕ່ກໍມີບາງກໍລະນີທີ່ບໍ່ທັນເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ, ເຊິ່ງ ອົງການໄອຍະການປະຊາຊົນ ກໍໄດ້ມີການປະສານສົມທົບກັບ ອົງການສືບສວນ-ສອບສວນ ເພື່ອແກ້ໄຂຕາມລະບຽບກົດໝາຍດ້ວຍການອອກຄໍາເເນະນໍາ ແລະ ການຈັດກອງປະຊຸມຮ່ວມ.