ສະພາວິທະຍາສາດ ກະຊວງ ປກສ ໄດ້ຈັດກອງປະຊຸມ ຮັບຮອງສະຫຼຸບເຫດການປະຫວັດສາດ “ການສະກັດກັ້ນ ແລະ ແກ້ໄຂການປຸ້ນສະດົມຢູ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ປີ 2000” ໃນວັນທີ 29 ມິຖຸນາ 2022 ເປັນປະທານໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ທັງເປັນຮອງປະທານສະພາວິທະຍາສາດ ປກສ, ມີບັນດາກໍາມະການສະພາວິທະຍາສາດ, ນັກວິທະຍາສາດ, ກອງເລຂາ, ຄະນະຮັບຜິດຊອບ, ຄະນະພັກ-ຄະນະກົມ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັທ ສີສຸພັນ ຈັນທະວົງ ຫົວໜ້າພະແນກ ປະຫວັດສາດມູນເຊື້ອ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໄດ້ຂຶ້ນຜ່ານລາຍງານຫຍໍ້ກ່ຽວກັບການຄົ້ນຄວ້າສະຫຼຸບເຫດການດັ່ງກ່າວວ່າ: ເຫດການທີ່ເກີດຂຶ້ນເປັນເຫດການໜຶ່ງທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດຂອງກໍາລັງປ້ອງກັນ ຄວາມສະຫງົບ, ເປັນເຫດການທຳອິດທີ່ມີການພົວພັນຂໍຕົວຜູ້ຮ້າຍຂ້າມແດນຈາກຕ່າງປະເທດ, ໃນການສະກັດກັ້ນ, ແກ້ໄຂເຫດການ ມີການປະສານສົມທົບກັບຫຼາຍພາກສ່ວນເຂົ້າຮ່ວມໃນຄັ້ງນີ້, ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຂອງພັກ-ລັດຖະບານ, ມີບັນດາກະຊວງ, ບັນດາອົງການຈັດຕັ້ງທີ່ກ່ຽວ ຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ, ເພື່ອເປັນການຮັກສາຂໍ້ມູນ, ບົດຮຽນອັນລໍ້າຄ່າດັ່ງກ່າວໄວ້ໃນປຶ້ມສະຫຼຸບເຫດການປະຫວັດສາດເຫຼັ້ມນີ້ໃຫ້ຍາວນານ ເພື່ອໃຫ້ກໍາລັງປ້ອງກັນຄວາມສະຫງົບ ຮຸ່ນສືບທອດໄດ້ສຶກສາຄົ້ນຄວ້າຮໍ່າຮຽນ ແລະ ເປັນຕົວແບບໃນວຽກງານວິທະຍາສາດ ແລະ ປະຫວັດ ສາດ ປກສ, ໂດຍຫັນຈາກພຶດຕິກໍາຕົວຈິງມາເປັນທິດສະດີ ແລະ ເປັນບົດຮຽນໃຫ້ແກ່ການຄົ້ນຄວ້າຫົວຂໍ້ອື່ນໆຕໍ່ໄປ, ເພື່ອເປັນການໂຄສະນາເຜີຍແຜ່ຜົນງານ, ມູນເຊື້ອວິລະກໍາຂອງກໍາລັງປະກອບອາວຸດ ກໍຄືກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບເຫດການ ເພື່ອໃຫ້ຖືກຕ້ອງຕາມຂັ້ນຕອນ, ຫຼັກການ ແລະ ມີວິທະຍາສາດ ແລະ ຈະໄດ້ຮັບຮອງເອົາຫົວຂໍ້ດັ່ງກ່າວເພື່ອສະເໜີໃຫ້ຂັ້ນເທິງອະນຸມັດຕົກລົງຕາມລະບຽບຫຼັກການ.