ກົມສື່ສານ ກະຊວງ ປກສ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ໃນ ວັນທີ 28 ມິຖຸນານີ້, ໂດຍການເປັນປະທານຂອງ ພັອ ບົວພັນ ສີສະຫວັດ ຮອງຫົວໜ້າກົມສື່ສານ, ມີຫົວໜ້າຫ້ອງການ, ພະແນກ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ພູຊັນ ວົງໄຊ ຮອງຫົວໜ້າຫ້ອງການ ກ່າວວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສຶກ ສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງຄຽງຄູ່ກັບການຈັດຕັ້ງປະຕິບັດວິຊາສະເພາະຕາມພາລະບົດບາດ ແລະ ໜ້າທີ່ໃຫ້ມີຜົນສໍາເລັດຕາມຄາດໝາຍ, ເຊິ່ງສະແດງອອກ ຄື: ໄດ້ປັບປຸງວຽກງານວິຊາສະເພາະຕິດຕໍ່ສື່ສານລະບົບປ້ອງກັນຕົວເມືອງໃນຂອບ ເຂດທົ່ວປະເທດ, ສ້ອມແປງ-ປ່ຽນຖ່າຍລະບົບກາວເບດສູນວິທະຍຸທີ່ຖືກຄົນຮ້າຍຕັດສາຍກາວ ແລະ ສ້ອມແປງແອຢູ່ສູນວິທະຍຸສື່ສານທັນສະໄໝຂອງແຕ່ລະຈຸດສຳເລັດ, ເຂົ້າໂປແກຣມຈັກໂຟນີໃຫ້ກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງທົ່ວປະເທດຈຳນວນ 4.357 ເຄື່ອງ, ຈັກຕິດລົດ 15 ເຄື່ອງ ແລະ ສ້ອມແປງເຄື່ອງຈັກທີ່ເປ່ເພໄດ້ 178 ເຄື່ອງ, ປະກອບເອກະສານຊຳລະຄ່າໂທລະສັບໃຫ້ບໍລິສັດໂທລະຄົມມະນາຄົມ-ມະຫາຊົນປະຈຳເດືອນ.

ນອກນັ້ນ, ຍັງໄດ້ຕິດຕາມກວດກາ ແລະ ສ້ອມແປງກ້ອງວົງຈອນປິດຕາມເສັ້ນທາງຕ່າງໆທີ່ມີການເປ່ເພໃຊ້ງານບໍ່ໄດ້ທີ່ເກີດຈາກໄຟໄໝ້, ລົດຕຳ, ກຸ່ມ ຄົນບໍ່ດີລັກຕັດສາຍ ແລະອື່ນໆ ສາມາດແປງໄດ້ 157 ຄັ້ງ ມີທັງໝົດ 859 ຈຸດ, ກວດກາບຳລຸງຮັກສາລະບົບອິນເຕີເນັດໃຫ້ບັນດາກົມກອງອ້ອມຂ້າງກະຊວງ ຈໍານວນ 39 ຄັ້ງ ແລະ ສົມທົບກັບ ບໍລິສັດ LTCC ໃນການວາງສາຍສົ່ງຕາມແລວທາງດ່ວນ ນັບແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ໄດ້ສຳເລັດ 80% ຂອງ ໄລຍະທາງທັງໝົດ.

ໃນຕໍ່ໜ້າ, ກົມສື່ສານ ຈະໄດ້ສືບຕໍ່ຈະຕັ້ງປະຕິບັດບັນດາແຕ່ລະໜ້າວຽກໃຫ້ສໍາເລັດຕາມເປົ້າໝາຍ 100% ເປັນຕົ້ນແມ່ນສືບຕໍ່ຕິດຕາມລະບົບສູນຢູ່ບັນດາ ປກສ ແຂວງ, ປກສ ເມືອງ ແລະ ດ່ານສາກົນໃຫ້ມີຄວາມຮັບປະກັນແກ່ການຊີ້ນໍາ-ນໍາພາຈາກການນໍາຂັ້ນຕ່າງໆ ແລະ ຕິດຕາມສ້ອມແປງບັນ ດາເຄື່ອງຈັກ-ອຸປະກອນສື່ສານ, ການເຂົ້າໂປແກຼມຈັກໃຫ້ບັນດາກົມກອງ ແລະ ທ້ອງຖິ່ນໃຫ້ເປັນປົກກະຕິ ແລະ ຮັບປະກັນໄດ້ຄວາມສະດວກວ່ອງໄວໃນການນໍາໃຊ້ອຸປະກອນສື່ສານເຂົ້າໃນວຽກງານວິຊາສະເພາະໃຫ້ທັນກັບສະພາບການ.