ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ມິຖຸນາ 2022 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປ່າວເຮີ ຮອງປະທານສະພາເເຫ່ງຊາດ ສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຄໍາຮ້ອງທຸກ ທີ່ສະເໜີໂດຍ ທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳສະພາແຫ່ງຊາດ ປະກອບມີ VIII ພາກ, VI ໝວດ, 49 ມາດຕາ ໃນນີ້ໄດ້ເພີ່ມເຂົ້າໃໝ່ 2 ມາດຕາ, ຕັດອອກ 4 ມາດ ຕາ, ປັບປຸງຄືນໃໝ່ 44 ມາດຕາ ແລະ ຮັກສາໄວ້ 3 ມາດຕາ, ແນໃສ່ເຮັດໃຫ້ຮ່າງກົດໝາຍສະ ບັບດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VI ໃນປີ 2005, ມາຮອດປັດຈຸບັນໄດ້ຮັບການປັບປຸງມາແລ້ວສອງຄັ້ງ ຄື: ໃນປີ 2014 ແລະ ປີ 2016. ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແຕ່ປີ 2016 ມາເຖິງປັດຈຸບັນເປັນເວລາ 5 ປີ ເຫັນວ່າ ກົດໝາຍດັ່ງກ່າວໄດ້ກາຍເປັນເຄື່ອງມືສຳຄັນໃຫ້ແກ່ອົງການຈັດຕັ້ງລັດທີ່ຮັບຜິດ ຊອບແກ້ໄຂຄຳຮ້ອງທຸກສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ທັງເປັນການເປີດກວ້າງໃຫ້ປະຊາຊົນ ສາມາດເຂົ້າເຖິງຂະບວນການຍຸຕິທຳຫຼາຍຂຶ້ນ, ແຕ່ຜ່ານຈັດຕັ້ງປະຕິບັດໃນໄລຍະຜ່ານມາຍັງມີຂໍ້ຄົງຄ້າງບາງດ້ານທີ່ຈຳເປັນຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ແກ້ໄຂ ເປັນຕົ້ນກົນໄກການຮັບ ແລະ ພິຈາລະນາແກ້ໄຂຄຳຮ້ອງທຸກ ຂອງແຕ່ລະອົງການລັດ ຍັງມີລັກສະນະຊໍ້າຊ້ອນ ແລະ ເຮັດແທນກັນ; ຄວາມເປັນເຈົ້າການຂອງແຕ່ລະອົງການລັດທີ່ຮັບຜິດຊອບໃນການແກ້ໄຂຄໍາຮ້ອງທຸກຍັງບໍ່ທັນສູງ, ຍັງມີລັກສະນະໂຍນຄວາມຮັບຜິດ ຊອບໃຫ້ແກ່ກັນ ສ້າງຄວາມສັບສົນໃຫ້ແກ່ປະຊາຊົນ ເປັນສາເຫດເຮັດໃຫ້ການແກ້ໄຂຄຳຮ້ອງທຸກ ມີຄວາມຊັກຊ້າແກ່ຍາວ ບໍ່ເປັນທີ່ສິ້ນສຸດ ພາໃຫ້ເກີດມີສຽງຈົ່ມວ່າຈາກສັງຄົມ ຕໍ່ການປະຕິບັດໜ້າທີ່ ຂອງພະນັກງານອົງການລັດທີ່ກ່ຽວຂ້ອງຈຳນວນໜຶ່ງ.

ທ່ານ ນາງ ພອນເພັດ ອຸ່ນເເກ້ວ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 14 ເເຂວງ ສາລະວັນ ສະເເດງຄວາມເຫັນດີເປັນເອກະພາບຕໍ່ຄະນະຮັບ ຜິດຊອບປັບປຸງຮ່າງກົດໝາຍທີ່ເອົາໃຈໃສ່ຢ່າງຕັ້ງ ຫນ້າໃນການປັບປຸງເນື້ອໃນຂອງກົດຫມາຍ ເພື່ອໃຫ້ກົດໝາຍສະບັບນີ້ກາຍເປັນເຄື່ອງມືສໍາຄັນໃນການຮັບປະກັນການປະຕິບັດພາລະບົດບາດສີດຫນ້າທີ່ຂອງອົງການທີ່ກ່ຽວຂ້ອງໃຫ້ມີປະສິດທີພາບ ແລະ ປະສິດທິຜົນກວ່າເກົ່າ ເເຕ່ສະເໜີໃຫ້ຄະນະຮັບຊອບຮ່າງກົດຫໝຍປັບປຸງບາງເນື້ອໃນ ເເລະ ຄໍາສັບໃນມາດຕາ 2 ຂໍ້ 2 ເເຖວທີ 3 ທີ່ລະບຸກ່ຽວກັບການກະທໍາ, ການຕົກລົງຂອງບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ມີການລະເມີດກົດໝາຍ ເຫັນວ່າຍັງບໍ່ທັນເເທດເໝາະກັບສະພາບປັດຈຸບັນເທົ່າທີ່ຄວນ ລວມເຖິງມາດຕາອື່ນໆ.