ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (509) ກະຊວງ ປກສ ຈັດພິທີປະກາດນະໂຍບາຍພັກການຮັບອຸດໜູນບໍານານ ແລະ ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ໃນອາທິດຜ່ານມາ, ເປັນປະທານໂດຍ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະພັກ-ຄະນະກົມ, ພະນັກງານຫຼັກແຫຼ່ງຂັ້ນພະແນກ, ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ ພັທ ນາງ ເຂັມຄໍາ ໄຊຍະເພັດ ຫົວໜ້າພະແນກການເມືອງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍຫຼວດພັກການຮັບອຸດໜູນບໍານານ ຈໍານວນ 5 ສະຫາຍ ໂດຍຍົກຂັ້ນເງິນເດືອນ 5/7 ໃຫ້ທຽບເທົ່າກັບຊັ້ນພັນເອກ.

ນອກນັ້ນ, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມຄຸ້ມຄອງສຳມມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຳນວນ 80 ສະຫາຍ ດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ ຈຳນວນ 8 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 62 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ

ພົຈວ ໜູໃບ ອິນທິສານ ໄດ້ສະແດງຄວາມຊົມເຊີຍຕໍ່ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ລ້ວນແລ້ວແຕ່ເປັນນາຍຕຳຫຼວດທີ່ມີຜົນສຳເລັດ, ມີຜົນງານໃນການປະຕິບັດໜ້າທີ່ວຽກງານຄົບມາດຖານເງື່ອນໄຂ ແລະ ຜ່ານການຄົ້ນຄວ້າເຫັນດີເປັນເອກະພາບຂອງ ຄະນະຮັບຜິດຊອບປະຕິບັດນະໂຍບາຍ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ. ສະນັ້ນ, ຈົ່ງສືບຕໍ່ພັດທະນາວຽກງານໃຫ້ມີຄວາມກ້າວໜ້າ, ມີຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ, ມີຄຸນນະພາບໃນສະເພາະໜ້າ ແລະ ຍາວນານ.