ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງຄຸ້ມຄອງຂອງກົມໃຫຍ່ການເມືອງ ປກສ ເພື່ອບຳລຸງ-ກໍ່ສ້າງ, ຈັດວາງ, ສັບຊ້ອນ ແລະ ນໍາໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາມາດຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາໃຫ້ຖືກຕ້ອງຕາມມາດຖານ-ເງື່ອນໄຂທີ່ໄດ້ກໍານົດໄວ້ ໃນວັນທີ 30 ມິຖຸນາ 2022, ເປັນປະທານໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ພົຈວ ສຸວັນນີ ສີສຸພາບມີໄຊ ກ່າວວ່າ: ແຜນກຳນົດພະນັກງານແມ່ນຂະບວນວິວັດແຫ່ງການສ້າງພະນັກງານຫຼັກແຫຼ່ງທັງໃນປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນກໍານົດພະນັກງານແມ່ນ ເພື່ອບໍາລຸງ-ກໍ່ສ້າງ, ຈັດວາງ, ສັບຊ້ອນ ແລະ ນໍາໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາມາດ, ຄົບມາດຖານ-ເງື່ອນໄຂຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາຕາມເປົ້າໝາຍຜ່ານໄລຍະເວລາຍາວ. ດັ່ງນັ້ນ, ວຽກງານສ້າງແຜນກຳນົດພະນັກງານຈຶ່ງເປັນໜ້າທີ່ຄວາມຮັບ ຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ. ໃນນີ້, ວຽກງານພະນັກງານມີບົດບາດສໍາຄັນ ແລະ ເປັນປັດໄຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງເຊິ່ງລວມໄປເຖິງການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ທີ່ພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງນໍາພາ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ.

ຕະຫຼອດໄລຍະທີ່ຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ກໍຄືກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຄົ້ນຄວ້າກຳນົດເປົ້າໝາຍພະນັກງານ ເພື່ອຈັດວາງສັບຊ້ອນເຂົ້າໃສ່ຕຳແໜ່ງງານຂັ້ນກະຊວງຄຸ້ມຄອງປະສົບຜົນສຳເລັດ, ໂດຍສະເພາະແມ່ນການຄົ້ນຄວ້າກະກຽມບຸກຄະລາກອນໃຫ້ແກ່ ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນປະກອບສ່ວນສຳຄັນໃຫ້ແກ່ການປັບປຸງພາຍໃນພັກມີຄວາມໜັກແໜ້ນ, ເຂັ້ມແຂງຍົກສູງຄວາມສາມາດນໍາພາຂອງຄະນະພັກໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນປະກອບເຂົ້າໃນຄະ ນະພັກ ແຕ່ລະຂັ້ນຖືກຕ້ອງຕາມມາດຖານ-ເງື່ອນໄຂທີ່ໄດ້ກໍານົດໄວ້.

ສໍາລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງຄຸ້ມຄອງ ຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບໃນຄັ້ງນີ້, ໄດ້ມີການແຕ່ງ ຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ບັນດາອະນຸກຳມະການຊ່ວຍວຽກບົນພື້ນຖານຫຼັກການປະສານສົມທົບກັບກົມຈັດຕັ້ງພະນັກງານ ແນໃສ່ໃຫ້ກອງປະຊຸມສ້າງແຜນກຳນົດພະນັກງານຄັ້ງນີ້ດຳເນີນໄປຖືກຕ້ອງຕາມທິດຊີ້ນຳ ແລະ ຮັບປະກັນດ້ານເນື້ອໃນທີ່ໄດ້ກຳນົດໃນມະຕິ ເລກທີ 38, 39 ຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ແລະ ຄຳແນະນຳຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເລກທີ 3543/ກມປສ ລົງວັນທີ 9 ພະຈິກ 2018. ພາຍຫຼັງເຊື່ອມຊຶມບັນດາເອກະສານຕ່າງໆແລ້ວ ຈະໄດ້ຮັບຟັງການແນະນຳວິທີທາບທາມ ແລະ ດຳເນີນການທາບທາມ.

ໃນໂອກາດນີ້, ພົຈວ ສຸວັນນີ ສີສຸພາບມີໄຊ ໄດ້ຮຽກຮ້ອງມາຍັງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມສະຕິປັນຍາ ແລະ ປະສົບການເຂົ້າໃນການຄົ້ນຄວ້າ, ພິຈາລະນາຢ່າງເລິກເຊິ່ງເຖິງຖອງ ເພື່ອເຮັດໃຫ້ ກອງປະຊຸມຄັ້ງນີ້ບັນລຸຜົນສຳເລັດຕາມລະດັບຄວາມໝາຍທີ່ວາງໄວ້. ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາສອງວັນ ໂດຍຈະມີການຈັດຕັ້ງທາບ ທາມ 3 ຮອບ.