ໃນວັນທີ 29 ມີຖຸນາ 2022ນີ້, ຮອງເຈົ້າແຂວງສະຫວັນນະເຂດ, ມີຄອບຄົວການນຳຂັ້ນແຂວງ ແລະ ສະມາຄົມນັກທຸລະກິດແຂວງສະຫວັນນະເຂດ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ນຳເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຫຼັກ 26 ແຂວງສະຫວັນນະເຂດ, ໃຫ້ກຽດນໍາພາຄະນະໂດຍທ່ານ ນາງ ຫຼິງທອງ ແສງຕະວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ; ມີຄະນະສູນ, ພ້ອມດ້ວຍພະນັກງານ-ນັກຮົບພາຍໃນສູນດັ່ງກ່າວ ໃຫ້ການຕ້ອນຮັບ, ເຄື່ອງທີ່ນ້ຳມາມອບໃນຄັ້ງນີ້ມີ: ເງິນຈຳນວນ 5.000.000 ກີບ, ເຂົ້າກ່ອງ ຈຳນວນ 430 ກ່ອງ,ນ້ຳດື່ມຈຳນວນ 38 ແພັກ ແລະ ນ້ຳຫວານໂຄກ ຈຳນວນ 38 ແພັກ, ກ່າວມອບໂດຍທ່ານ ນາງ ຫຼິງທອງ ແສງຕະວັນ ຮອງເຈົ້າແຂວງສະຫວັນນະເຂດ, ຮັບໂດຍ ທ່ານ ພັຕ ບຸນເທົາ ໄຊຍະວັນຄຳ ຮອງສູນປິ່ນປົວແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຫຼັກ 26 ພ້ອມຄະນະທັງສອງຝາຍເຂົ້າຮ່ວມເປັນສັກຂີພະຍານ.

ພັຕ ບຸນເທົາ ໄຊຍະວັນຄຳ ຮອງສູນປິ່ນປົວແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຫຼັກ 26 ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີມມາຍັງທ່ານ ຮອງເຈົ້າແຂວງພ້ອມຄະນະ ທີ່ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນ ເຂົ້າໃນວຽກງານວິຊາສະເພາະແລະ ທັງເປັນການປະກອບສ່ວນຊຸກຍູ້ອ້າຍນ້ອງກຳລັງປ້ອງກັນຄວາມສະຫງົບ ທີ່ກຳລັງເຄື່ອນໄຫວປະຕິບັດໜ້າທີ່ ແລະ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ການນໍາກອງບັນຊາການ ປກສ ແຂວງສະຫວັນນະເຂດ ຂໍຢັ້ງຢືນຍັນວ່າ ຈະນໍາໃຊ້ເຄື່ອງ ແລະ ເງິນຈຳນວນດັ່ງກ່າວ ໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດຜົນປະໂຫຍດສູງສຸດ.