ກອງບັນຊາການ ປກສ ເມືອງຫົວເມືອງ ແຂວງຫົວພັນ ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະທີ I ແລະ ວາງທິດທາງແຜນການໄລຍະທີ II ໃນທ້າຍອາທິດຜ່ານມານີ້, ເຂົ້າຮ່ວມໂດຍ ທ່ານ ອ່ອນພັນ ທອງທິດາ ເຈົ້າເມືອງຫົວເມືອງ ແລະ ພັອ ເພັດສອນ ອິນສຸພັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີບັນດາຄະນະຮັບຜິດຊອບ, ຄະນະປະຈຳພັກເມືອງ, ຄະນະພັກ-ຄະນະກອງບັນຊາການທະຫານ, ກອງບັນຊາການ ປກສ ເມືອງ, ຜູ້ຕາງໜ້າຈາກຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ເລີມທອງ ພິມມະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫົວເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະທີ I ແລະ ວາງທິດທາງແຜນການໄລຍະທີ II ວ່າ: ໃນໄລຍະຜ່ານມາ, ຄະນະຮັບ ຜິດຊອບໄດ້ເອົາໃຈໃສ່ສ້າງແຜນ ເຄື່ອນໄຫວໂຄສະນາສຶກສາອົບຮົມດ້ານການເມືອງ-ແນວຄິດຢູ່ພາຍໃນກອງບັນຊາການ ປກສ ເມືອງ, ປກສ ກຸ່ມບ້ານ ເພື່ອສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ. ຜ່ານການເຄື່ອນໄຫວປະຕິບັດຕົວຈິງນັບແຕ່ເດືອນພະຈິກ 2021-ເດືອນພຶດສະພາ 2022 ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 35 ເລື່ອງ, ຜູ້ຖືກຫາ 36 ຄົນ ຍິງ 6 ຄົນ, ຢຶດຂອງກາງຢາເສບຕິດໄດ້ 42.448 ເມັດ, ຢາຝິ່ນ 3 ຫໍ່ນ້ອຍ, ເງິນກີບທະນາຄານ 7 ລ້ານກວ່າກີບ.

ໃນກອງປະຊຸມ, ທ່ານ ອ່ອນພັນ ທອງທິດາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໜັັກໃຫ້ຄະນະຮັບຜິດຊອບເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດໃນໄຕມາດ 2 ການແກ້ໄ ບັນຫາຢາເສບຕິດ, ປຸກລະດົມໃຫ້ ທຸກພາກສ່ວນມີສ່ວນຮ່ວມໃນການສະກັດກັ້ນ ແລະ ປ້ອງກັນໃຫ້ໄດ້ຢ່າງຂາດຕົວ, ຮັບປະກັນໃຫ້ພື້ນທີ່ເມືອງຫົວເມືອງມີຄວາມສະຫງົບປອດໄພ.