ພະແນກການເງິນ ແຂວງຫົວພັນ ໄດ້ລົງຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດທະກິດ-ການເງິນ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2022 ຢູ່ເມືອງຊຳເໝືອ ໃນວັນທີ 24 ມິຖຸນາ ຜ່ານມາ, ນໍາພາໂດຍ ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນ ແຂວງຫົວພັນ, ເຂົ້າຮ່ວມມີ ທ່ານ ຄຳຜິວ ສີລາທົນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ເມືອງຊຳເໜືອ ພ້ອມທັງມີພາກສວນທີ່ກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.

ທ່ານ ພູທອນ ໝື່ນສີ ຫົວໜ້າຫ້ອງການການເງິນ ເມືອງຊຳເໜືອ ໄດ້ລາຍງານການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນຕົ້ນປີ 2022 ໃນການຈັດຕັ້ງປະຕິບັດວຽກງານ ເຊິ່ງໄດ້ດຳເນີນໄປໃນເງື່ອນໄຂສະພາບແວດລ້ອມເສດຖະກິດ ມີຫຼາຍດ້ານບໍ່ເອື້ອອຳນວຍ ເປັນຕົ້ນແມ່ນ ການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ປະຊາຊົນ ແລະ ຜູ້ປະກອບທຸລະກິດຕ່າງໆ ໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ກໍຄື ເມືອງຊຳເໜືອ ແຂວງຫົວພັນ ເພື່ອສຸມໃສ່ການແກ້ໄຂສອງວາລະແຫ່ງຊາດ ກໍຄື ການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ເພຶ່ອເຮັດໃຫ້ບັນຫາດັ່ງກ່າວຄ່ອຍຫຼຸດຜ່ອນໄປເທື່ອລະໜ້ອຍ.

ໃນນີ້, ວຽກງານສ່ວຍສາອາກອນ ປະຕິບັດໄດ້ 1.100.000.000 ກວ່າກີບ ເທົ່າກັບ 40.62% ຮັບຈາກອາກອນປົກກະຕິ 800.000.000 ກວ່າກີບ ເທົ່າກັບ 47.30%, ຮັບຈ່າຍພາສີທີ່ດິນ 100.000.000 ກວ່າກີບ ເທົ່າກັບ 47.48%, ຮັບຈາກຄ່າທຳນຽມ 6 ລ້ານກວ່າກີບ ເທົ່າກັບ 9,62%, ຮັບວິຊາການຄ່າບໍລິການ 12.000.000 ກວ່າກີບ ເທົ່າກັບ 3,71%, ຮັບຈາກການຄຸ້ມຄອງຊັບສິນຂອງລັດ 73.000.000 ກວ່າກີບ ເທົ່າກັບ 41,02%, ດ້ານລາຍຈ່າຍທັງໝົດ 18.100.000.000 ກວ່າກີບ ເທົ່າກັບ 49,62%; ໃນນີ້, ຈ່າຍເງິນເດືອນພະນັກງານ 15.600.000.000 ກວ່າກີບ ເທົ່າກັບ 50,02%, ຈ່າຍເງິນອຸດໜູນນະໂຍບາຍ 1.400.000.000 ກວ່າກີບ ເທົ່າກັບ 52,04%, ຈ່າຍເງິນບໍລິຫານ 700.000.000 ກວ່າກີບ ເທົ່າກັບ 49,99% ແລະ ການດຸ່ນດ່ຽງງົບປະມານ 17 ຕື້ກ່ວາກີບ ເທົ່າກັບ 50,18%.