ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂ ໃນວັນທີ 24 ມິຖຸນາ 2022, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະ ບັນຊາ, ຫົວໜ້າຫ້ອງ, ກອງ, ຄ້າຍ, ລປພ, ປກສ ເມືອງ, ປກສ ເຂດ, ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ແອ ພິມມະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຂຶ້ນກັບກອງບັນຊາການ ປກສ ແຂວງຫຼວງນ້ຳທາ ຈຳນວນ 58 ສະຫາຍ. ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 6 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 13 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 35 ສະຫາຍ, ສິບເອກ ຂຶ້ນ ວາທີ 2 ສະຫາຍ ແລະ ສິບໂທ ຂຶ້ນ ສິບເອກ 2 ສະຫາຍ.ພົຈວ ສົມໄຊ ຈັນທະວົງ ໄດ້ຊີ້ນໍາຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ໃຫ້ສືບຕໍ່ບຸກບືນຫ້າວຫັນ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີຮັກແພງ ແລະ ປະ ກອບສ່ວນປັບປຸງກຳລັງປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນ, ເຂັ້ມແຂງ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກຳລັງປ້ອງກັນຄວາມ ສະ ຫງົບປະຊາຊົນໃຫ້ກ້າວຂຶ້ນ ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.