ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ປິດຊຸດຝຶກອົບຮົມວຽກງານວິຊາສະເພາະສັນຕິບານ ຄັ້ງທີ I ໃນວັນທີ 1 ກໍລະກົດ 2022, ເປັນປະທານໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າ ວສປ, ມີຄະນະພັກ-ຄະນະອໍານວຍການ ພ້ອມດ້ວຍແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າ ວສປ

ພັທ ປອ ຄໍາສີ ໄຊຍະໂຊກ ຫົວໜ້າຫ້ອງຄຸມຄອງການສຶກສາ ໄດ້ຜ່ານບົດສະຫຼຸບຊຸດຝຶກອົບຮົມວຽກງານວິຊາສະເພາະຄັ້ງນີ້ ວ່າ:

ຊຸດຝຶກອົບຮົມວຽກງານວິຊາສະເພາະສັນຕິບານ ຄັ້ງທີ I ໄດ້ເລີ່ມຮຽນມາແຕ່ວັນທີ 27 ມິຖຸນາ-ວັນທີ 1 ກໍລະກົດ ເຊິ່ງມີ 3 ວຽກ ຄື: ວຽກງານ 203,  ວຽກງານ 204 ແລະ ວຽກງານ 207, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 138 ສະຫາຍ ຍິງ 18 ສະຫາຍ ທີ່ມາຈາກກົມກອງອ້ອມຂ້າງ ກົມໃຫຍ່ສັນຕິບານ, ປກສ ນະຄອນຫຼວງ ແລະ ປກສ ແຂວງ ໃນຂອບເຂດທົ່ວປະເທດ; ໃນນີ້, ນັກສໍາມະນາກອນ ໄດ້ຮຽນຮູ້ກ່ຽວກັບຂໍ້ຕົກລົງຂອງ ລັດຖະມົນຕີ ວ່າດ້ວຍ ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ວຽກງານວິຊາສະເພາະອີກຈໍານວນໜຶ່ງ.

ຜ່ານການຝຶກອົບຮົມ, ບັນດານັກສໍາມະນາກອນ ໄດ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ ເຊິ່ງມີຄວາມເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ, ສົນທະນາແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ, ພ້ອມກັນກໍາແໜ້ນບັນດາບົດຮຽນຕ່າງໆ ບໍ່ວ່າທາງທິດສະດີ ກໍຄື ພຶດຕິກໍາຕົວຈິງທີ່ນັກວິທະຍາກອນຖ່າຍທອດໃຫ້, ເຮັດໃຫ້ນັກສໍາມະນາກອນຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບກັນສູງຂຶ້ນຕື່ມ ໃນການໝູນໃຊ້ທິສະດີເຂົ້າໃນພຶດຕິກໍາຕົວຈິງ ກໍຄື ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຂໍ້ຕົກລົງ ແລະ ນິຕິກໍາຕ່າງໆ ທີ່ພົວພັນເຖິງຂົງເຂດວຽກງານວິຊາສະເພາະຂະແໜງການຂອງຕົນ.

ໃນພິທີ, ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າວິທະຍາຄານສັນຕິບານປະຊາຊົນ ໄດ້ມອບໃບຢັ້ງຢືນໃຫ້ຜູ້ສໍາເລັດການຝຶກອົບຮົມຄັ້ງນີ້ 138 ສະຫາຍ ຍິງ 18 ສະຫາຍ.