ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ II ໃຫ້ໄດ້ຮັບຜົນດີ ແລະ ທັງເປັນການປາບປາມ-ແກ້ໄຂບັນຫາຢາເສບຕິດໃຫ້ໝົດໄປຈາກໃນສັງຄົມ, ກອງບັນຊາການ ປກສ ເມືອງງາ ແຂວງອຸດົມໄຊ ໄດ້ວາງຄາດໝາຍ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ II ໂດຍເລັ່ງໃສ່ປຸກລະດົມທຸກພາກສ່ວນໃນສັງຄົມທົ່ວເມືອງໃຫ້ມີສ່ວນຮ່ວມໃນການຊ່ວຍຕິດຕາມ, ເປັນຫູເປັນຕາຊ່ວຍກັນໃນຂອບເຂດຂອງຕົນຮັບຜິດຊອບຢ່າງເຂັ້ມງວດ, ຖ້າພົບເຫັນເຫດການໃດທີ່ພົວພັນກັບຢາເສບຕິດໃຫ້ຮີບຮ້ອນລາຍງານຢ່າງວ່ອງໄວ້ ແລະ ທັນເວລາ.

ພັທ ຈັນທີ ທຳມະວົງຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງງາ ກ່າວໃນກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ I ແລະ ວາງຄາດໝາຍ ໃນການຈັດຕັ້ງປະຕິບັດໄລຍະທີ II ທີ່ຈັດຂຶ້ນໃນທ້າຍເດືອນມິຖຸນາ 2022 ວ່າ: ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ II ໃຫ້ໄດ້ຮັບຜົນດີ ມີຜົນສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້, ຄະ ນະພັກ-ຄະນະນໍາກອງບັນຊາການ ປກສ ເມືອງງາ ຈະເອົາໃຈໃສ່ໃນ ການປຸກລະດົມທຸກພາກສ່ວນທົ່ວເມືອງໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ໃຫ້ຊ່ວຍໃນການຕິດຕາມ-ກວດກາ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ, ຊ່ວຍເປັນຫູເປັນ ຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນເຫດການ ຫຼື ບຸກຄົນໃດທີ່ພົວພັນກັບຢາເສບຕິດໃຫ້ຮີບຮ້ອນລາຍງານໂດຍໄວ ເພື່ອພ້ອມກັນແກ້ໄຂໃຫ້ທັນເວລາ, ສືບຕໍ່ຍົກສູງການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃຫ້ເຂັ້ມແຂງ, ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ເລິກເຊິ່ງກວ້າງຂວາງ ເຮັດໃຫ້ທົ່ວປວງຊົນໄດ້ຮັບຮູ້ ແລະ ພ້ອມກັນຕັ້ງໜ້າປະກອບສ່ວນຕໍ່ການແກ້ໄຂບັນຫາດັ່ງກ່າວຢ່າງເປັນຂະບວນກວ້າງຂວາງ ສາມາດບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ I ຄະນະກອງບັນຊາການ ປກສ ເມືອງງາ ໄດ້ຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຢູ່ບັນດາກຸ່ມບ້ານ, ສະຖາບັນໂຮງຮຽນ, ມີຜູ້ເຂົ້າຮ່ວມຮັບ ຟັງທັງໝົດ 154 ຄົນ ຍິງ 60 ຄົນ, ໄດ້ສົມທົບ ປກສ 9 ກຸ່ມບ້ານ ສ້າງບົດບັນທຶກວ່າດ້ວຍການຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດໃນທົ່ວເມືອງ ສໍາເລັດ 59 ບ້ານ, ເທົ່າກັບ 98,33 %, ມີ 1.804 ຄົວຄອບ, ເທົ່າກັບ 22,2 %, ສ້າງບົດບັນທຶກກັບບຸກຄົນໄດ້ 1.174 ຄົນ ຍິງ 96 ຄົນ, ເທົ່າກັບ 3,3 % ຂອງພົນລະເມືອງທັງໝົດ, ໄດ້ສືບຄົ້ນຫາເປົ້າໝາຍຢາເສບຕິດ ເພື່ອເກັບກໍາ ແລະ ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່ໄດ້ 3 ຄົນ, ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດລາຍຍ່ອຍໄດ້ 287 ຄົນ ຍິງ 45 ຄົນ, ຂຶ້ນບັນຊີເປົ້າໝາຍຜູ້ເສບໄດ້ 1.174 ຄົນ ຍິງ 96 ຄົນ, ເກັບກໍາຈຸດມົ້ວສຸມ ແລະ ຈຸດຂ້າມ ລອຍຢາເສບຕິດໄດ້ 15 ຈຸດ, ທ້ອນໂຮມອາວຸດລາເນື້ອ, ອາວຸດເສິກໄດ້ຈໍານວນ 82 ກະບອກ, ລົງເກັບກໍາທໍາລາຍພື້ນທີ່ມີການລັກລອບປູກຝິ່ນ ຈໍານວນ 2 ກຸ່ມບ້ານ ມີເນື້ອທີ່ 8,5 ເຮັກຕາ, ແກ້ໄຂເປົ້າໝາຍຢາເສບຕິດ 18 ຄັ້ງ, ຊັນນະສູດເປົ້າໝາຍລະແວງສົງໄສ 5 ຄັ້ງ, ມີ 50 ເປົ້າໝາຍ, ສາມາດກັກເປົ້າໝາຍຄ້າຂາຍຢາເສບຕິດໄດ້ 11 ເລື່ອງ, ມີຜູ້ຖືກຫາ 14 ຄົນ ຍິງ 3 ຄົນ, ມີຂອງກາງຢາບ້າ 397 ເມັດ, ແກ່ນຢາຝິ່ນ 300 ກຼາມ, ຢາຝິ່ນ 1.500 ກຼາມ, ລົດຈັກ 2 ຄັນ, ເງິນ 13.850.000 ກີບ, ສາຍຄໍສີເຫຼືອງຄ້າຍຄືຄໍາ 1 ເສັ້ນ, ນໍາສົ່ງໃຫ້ ປກສ ແຂວງສືບຕໍ່ດໍາເນີນມີ 1 ເລື່ອງ, ຜູ້ຖືກຫາ 2 ຄົນ, ພ້ອມຂອງກາງຢາບ້າຈໍານວນ 203 ເມັດ, ດໍາເນີນການບໍາບັດ-ດັດສ້າງຜູ້ຕິດຢາເສບຕິດທັງໝົດ 119 ຄົນ ຍິງ 4 ຄົນ, ປ່ອຍຕົວຜູ້ໝົດກໍານົດບໍາບັດ-ດັດສ້າງແລ້ວ 95 ຄົນ ຍິງ 3 ຄົນ, ປັດຈຸບັນມີຜູ້ດັດສ້າງ 24 ຄົນ ຍິງ 1 ຄົນ.