ອົງຄະນະພັກ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ IV ສະໄໝ III ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພົຈວ ສົມໄຊ ຈັນທະວົງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີ ສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີບັນດາສະຫາຍຄະນະພັກ ພ້ອມດ້ວຍຄະນະ ກອງບັນຊາການ, ປກສ ເມືອງ ແລະ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງ ເຂົ້າຮ່ວມ.

ສະຫາຍ ພົຈວ ສົມໄຊ ຈັນທະວົງ ກ່າວວ່າ:

ອົງຄະນະພັກຮາກຖານ ກອງບັນຊາການ ປກສ ແຂວງ ມີ 8 ຄະນະພັກຮາກຖານ, ມີ 42 ໜ່ວຍພັກ, ມີສະມາຊິກພັກທັງໝົດ 785 ສະຫາຍ ຍິງ 167 ສະຫາຍ, ສຳຮອງ 48 ສະຫາຍ ຍິງ 12 ສະຫາຍ.

ສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ

ໃນໄລຍະ 6 ເດືອນຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ຖືສຳຄັນຕໍ່ກັບວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ  ໂດຍນຳເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງຕ່າງໆ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ມາຈັດຕັ້ງເຜີຍແຜ່-ເຊື່ອມຊຶມໃຫ້ນາຍ ແລະ ພົນຕຳຫຼວດຢ່າງທົ່ວເຖິງ ຕິດພັນກັບ ການຊີ້ນຳ-ນຳພາຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ.

6 ເດືອນຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 308 ເລື່ອງ. ໃນນີ້, ມີຄະດີຢາເສບຕິດ 158 ເລື່ອງ, ຢຶດຂອງກາງຢາເສບຕິດ ປະເພດຢາບ້າໄດ້ 10.887 ເມັດ, ຢາຝິ່ນ 2.664 ກຼາມ; ລົງທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຢູ່ 4 ເມືອງ ມີເນື້ອທີ 90,15 ເຮັກຕາ; ມີອຸບັດຕິເຫດເກີດຂຶ້ນທັງໝົດ 242 ລາຍ, ມີຜູ້ເສຍຊີວິດ 18 ຄົນ.

ໃນກອງປະຊຸມ, ສະຫາຍ ຈັນທອງ ແກ້ວປະເສີດ ຍັງໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ ໃນຫຼາຍດ້ານ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂຢາເສບຕິດ, ເຊິ່ງສາມາດກວດພົບເຫັນຜູ້ລະເມີດ ແລະ ແກ້ໄຂໄດ້ຫຼາຍເລື່ອງ.

ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ນໍາພາສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ເປັນປົກກະຕິ, ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການນໍາພາຢູ່ທຸກຂົງເຂດວຽກງານໃຫ້ດີຂຶ້ນຕື່ມ; ພ້ອມດຽວກັນນັ້ນ, ກໍໃຫ້ຫັນເອົາພະນັກງານຜູ້ທີ່ມີຄວາມຮູ້-ຄວາມສາມາດ ລົງກໍ່ສ້າງຮາກຖານ ຕິດພັນກັບພໍ່-ແມ່ປະຊາຊົນບັນດາເຜົ່າ ເພື່ອເກັບກຳໃຫ້ໄດ້ສະພາບເໜັງຕີງຂອງພົນລະເມືອງ.