ໃນວັນທີ 1 ກໍລະກົດ 2022 , ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 35 ປີ (26 ມີຖຸນາ 1987- 26 ມີຖຸນາ 2022) ແລະ ຈັດພິທີຈູດທຳລາຍຢາເສບຕິດ, ໂດຍມີ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງວຽງຈັນ, ມີການນຳພັກ-ລັດ, ພະແນກການ, ອົງການ, ພ້ອມດ້ວຍກົມກອງຂັ້ນແຂວງ, ຂັ້ນເມືອງ ແລະ ນັກສຶກສາຂອງວິທະຍາໄລ ເຕັກນິກແຂວງເຂົ້າຮ່ວມ.

ພັທ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ຂຶ້ນຜ່ານບົດລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດໃນໄລຍະ 1 ປີຜ່ານມາ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດປະເພດຕ່າງໆ ແລະ ການລັກລອບຄ້າຂາຍຢາເສບ ຕິດທີ່ຜິດກົດໝາຍໄດ້ທຳລາຍຊີວິດ, ເປັນອຸປະສັກຕໍ່ການພັດທະນາຊັບພະຍາກອນມະນຸດ, ຢາເສບຕິດແມ່ນໄດ້ສົ່ງຜົນກະທົບໃຫ້ແກ່ທຸກພາກສ່ວນຂອງສັງຄົມໃນແຕ່ລະປະເທດ ໂດຍສະເພາະຕໍ່ເສລີພາບ ແລະ ການພັດທະນາຊາວໝຸ່ມ-ເຍົາວະຊົນ ເປັນສິ່ງທ້າທາຍ ແລະ ໜ້າເປັນຫ່ວງ; ສະນັ້ນ, ພັກ-ລັດ ພວກເຮົາກໍໄດ້ນຳໃຊ້ກາລະໂອກາດທີ່ດີວາງແນວທາງແກ້ໄຂບັນຫາຢາເສບຕິດ ໂດຍສະເພາະຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນພາຍໃນແຂວງ ວຽງຈັນ ໄດ້ສືບຕໍ່ຈັດຕັ້ງຜັນຂະ ຫຍາຍບັນດາມະຕິຄຳສັ່ງ, ແຈ້ງການຕ່າງໆວ່າດ້ວຍການສ້າງແຂວງໃຫ້ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ແນໃສ່ລຶບລ້າງ ຄວາມທຸກຍາກເຮັດໃຫ້ພາກພື້ນ ປອດຢາເສບຕິດ.

ສະເພາະຢູ່ແຂວງວຽງຈັນ ໃນປີຜ່ານມາສາມາດມ້າງມີຄະດີໄດ້ ທັງໝົດ 417 ເລື່ອງ, ມີຜູ້ຖືກຫາ 568 ຄົນ ຍິງ 33 ຄົນ ແລະ ສາມາດຍຶດຂອງກາງໄດ້ຄື: ຢາບ້າ 3. 942.241 ເມັດ, ຢາໄອສ໌ 605,5 ກິໂລກຼາມ, ເຮໂຣອິນ 1,2 ກິໂລກຼາມ, ກັນຊາອັດແທ່ງ 14,27 ກຼາມ, ຢາຝິ່ນ 181,36 ກຼາມ, ໂທລະສັບ 370 ເຄື່ອງ, ລົດຈັກ 105 ຄັນ, ລົດໃຫຍ່ 6 ຄັນ, ປືນປະດິດ ແລະ ປືນດັດແປງ ຈໍານວນ 15 ກະບອກ, ລູກປືນ ຈຳນວນ 35 ລູກ, ໝາກ ແຕກ 1 ໜ່ວຍ, ເງິນກີບທະນາຄານ 17.648.000 ກີບ, ເງິນ ບາດ 40.990 ບາດ, ເງິນໂດລາ 505 ໂດລາ, ຄະດີສົ່ງໃຫ້ອົງການໄອຍະການປະຊາ ຊົນມີທັງໝົດ 66 ເລື່ອງ, ມີຜູ້ຖືກຫາ 77 ຄົນ, ຍິງ 7 ຄົນ ພ້ອມດ້ວຍຂອງກາງຄະດີຈໍານວນໜຶ່ງ.

ປັດຈຸບັນ, ຄະດີພວມດໍາເນີນການສອບສວນມີທັງໝົດ 351 ເລື່ອງ, ມີຜູ້ຖືກຫາ 491 ຄົນ ຍິງ 29 ຄົນ, ສ່ວນຢາເສບຕິດທີ່ສານຕັດສິນແລ້ວນັບແຕ່ປີ 2021-2022 ມີຢາບ້າທັງໝົດ 416.907 ເມັດ, ຢາໄອສ໌ 21,22 ກຼາມ ແລະ ເຮໂຣອິນ 0,5 ກຼາມ ແມ່ນໄດ້ນຳມາຈູດທຳລາຍຖິ້ມທີ່ເດີນຫ້ອງວ່າການປົກຄອງແຂວງວຽງຈັນ.