ໂດຍປະຕິບັດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ກອງບັນຊາການ ປກສ ເມືອງວຽງໄຊ ແຂວງຫົວພັນ ໄດ້ແຕ່ງຕັ້ງຄະນະທີມງານລົງແກ້ໄຂບັນຫາປະກົດການ ຫຍໍ້ທໍ້ຕ່າງໆຢູ່ລະຫວ່າງ ບ້ານນາໝັ້ນ ຫາ ບ້ານຫີນດຳເມືອງວຽງໄຊ ຂະ ນະດຽວກັນ, ໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ມີບຸກຄົນບໍ່ດີຈະລັກລອບເຄື່ອນຍ້າຍ ແລະ ຂາຍຢາເສບຕິດ.

ມາຮອດເວລາເວລາ 16:00 ໂມງຂອງວັນທີ 24 ມິຖຸນາ 2022, ຈຶ່ງ ພົບເຫັນເປົ້າໝາຍທີ່ຖືກສົງໄສ ຊື່ທ້າວ ມະນີທອງ ຫຼື ໄອ ອາຍຸ 48 ປີ ຢູ່ບ້ານຟ້ອງງາ ເມືອງວຽງໄຊ ແຂວງຫົວພັນ. ເຈົ້າໜ້າທີ່ ຈຶ່ງໄດ້ສະແດງຕົວ ເພື່ອຂໍນະນຸຍາດກວດຄົ້ນຕົວຜູ້ກ່ຽວຕາມລະບຽບການ; ເຈົ້າໜ້າທີ່ ໄດ້ກວດຄົ້ນ ພົບເຫັນຂອງກາງຢາເສບ ຕິດປະເພດຢາບ້າ ຈຳນວນ 403 ເມັດ ທີ່ຊຸກເຊື້ອງໄວ້ໃນຖົງໂສ້ງຂອງຜູ້ກ່ຽວ ແລະ ໂທລະສັບມືຖື 1 ເຄື່ອງ.

ຜ່ານການສືບສວນ-ສອບສວນຂັ້ນເບື້ອງຕົ້ນ, ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້, ເຊິ່ງໄດ້ຊື້ນຳຄົນບໍ່ຮູ້ຊື່, ເພື່ອນຳຢາບ້າຈຳນວນດັ່ງກ່າວນັ້ນມາເສບ ແລະ ຂາຍ.