ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ -ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962- 5 ກັນຍາ 2022) ໃນວັນທີ 6 ກໍລະກົດ 2022, ເປັນປະທານ ແລະ ປາຖະກະຖາໂດຍ ພັອ ປອ ບັນເທົາ ພິມພິສານ ຮອງຫົວໜ້າກົມ 512, ມີຄະນະພັກ-ຄະນະບັນຊາ, ພະແນກການອ້ອມ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ປອ ບັນເທົາ ພິມພິສານ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຫວັດສາດ ຂອງການພົວພັນຮ່ວມມືມາແຕ່ຍາວນານ ຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພາຍໃຕ້ການນຳພາຂອງຜູ້ນຳສອງປະເທດທີ່ມີຄວາມກ້າຫານ, ສະຫຼາດສ່ອງໃສເປັນຈິດໜຶ່ງໃຈດຽວກັນ ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດຂອງຕົນຂຶ້ນ; ການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ເປັນຕົວແບບແຫ່ງການພົວພັນທີ່ຍິ່ງໃຫຍ່ ເປັນການພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ ເຊິ່ງຜູ້ນຳພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍໄດ້ຖະນຸຖະໜອມເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່ ແລະ ການພົວພັນຮ່ວມມືແບບພິເສດ ຢ່າງສະເໝີຕົ້ນສະເໝີປາຍ.

ທ່ານຮອງຫົວໜ້າກົມ 512 ຍັງໄດ້ກ່າວຕື່ມອີກ ວ່າ: ການຫວນຄືນມູນເຊື້ອການພົວພັນຮ່ວມມືມິດຕະພາບ ຂອງສອງຊາດລາວ-ຫວຽດນາມ ຄັ້ງນີ້ ເພື່ອເປັນການໂຄສະນາ-ສຶກສາອົບຮົມ ໃຫ້ນາຍ ແລະ ພົນຕໍາຫຼວດ ຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ພ້ອມທັງເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີຂອງພັກ-ລັດ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຖະນົງແກ່ນ ເປັນສິ່ງທີ່ສຳຄັນທີ່ສຸດທີ່ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈະໄດ້ສືບຕໍ່ໃນການພົວພັນຮ່ວມມືແລກປ່ຽນບົດຮຽນນຳກັນຢ່າງຮອບດ້ານ ສ້າງຄວາມເຊື່ອໝັ້ນເຊິ່ງກັນແລະກັນ ພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.