ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ ໃນວັນທີ 11 ພະຈິກ 2022, ໂດຍມີ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫ່ຍການເມືອງ ປກສ ຫົວໜ້າກົມພະນັກງານ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງ ປກສ ແຂວງ, ຫ້ອງ, ປກສ ເມືອງ, ແຂກຮັບເຊີນ ເຂົ້າຮ່ວມ.

ພັອ ຄຳສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງ ແລະ ຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງໄຊຍະບູລີ ດັ່ງນີ້:

  • ແຕ່ງຕັ້ງ ພັທ ວົງເພັດ ແກ້ວມະນີ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຫ້ອງສັນຕິບານ
  • ແຕ່ງຕັ້ງ ພັທ ສຸລິວົງ ສີລິມະໂນທຳ ຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ
  • ແຕ່ງຕັ້ງ ພັອ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ນ້ຳເຫືອງ
  • ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ຈອມພົນ ບຸນວິຈິດ ຈາກຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ສາຍນ້ຳເງິນ
  • ແຕ່ງຕັ້ງ ພັທ ຈັນ ລໍສະຫວັນ ເປັນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ
  • ແຕ່ງຕັ້ງ ພັທ ໄຊຄຳ ຄອງດີ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ ແລະ ພັທ ພອນໄຊ ອຸ່ນວິໄລ ເປັນ ຮອງ
  • ແຕ່ງຕັ້ງ ພັທ ກອງຕຽງ ພົມມະແກ້ວ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງບໍ່ແຕນ
  • ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ທອງລິນ ໄຊອຸດົມ ຈາກກອງບັນຊາການ ປກສ ເມືອງບໍ່ແຕນ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ
  • ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ບ່ຽງ ຈວງເທວີ ຈາກກອງບັນຊາການ ປກສ ເມືອງແກ່ນທ້າວ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ
  • ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ປີຊາ ປັນຍາແກ້ວ ຈາກຫ້ອງວ່າການແຂວງ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເມືອງຄອບ
  • ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ມັງກອນ ພອນຕິສຸກ ຈາກຫົວໜ້າຄະນະດ່ານຄຸ້ມຄອງສາກົນ ນ້ຳເງິນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງສັນຕິບານ
  • ຍົກຍ້າຍ ພັທ ເຂັມເພັດ ວັນນະລາດ ຈາກກອງບັນຊາການ ປກສ ເມືອງຄອບ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການແຂວງ

ພົຕ ວັນທອງ ກອງມະນີ ໄດ້ໂອ້ລົມ ແລະ ຊີ້ນຳວ່າ:

ການປັບປຸງກົງຈັກການຈັດຕັ້ງ ກອງບັນຊາການ ປກສ ແຂວງໄຊຍະບູລີ ຄັ້ງນີ້ ແມ່ນການປັບປຸງການຈັດຕັ້ງໃຫ້ເຂົ້າສູ່ລະບົບ, ມີຄຸນນະພາບ, ສາມາດຕອບສະໜອງຕໍ່ໜ້າທີ່ການເມືອງ ໃນແຕ່ລະໄລຍະ, ເຊິ່ງທ່ານໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ຖືກຍົກຍ້າຍ-ແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ໃໝ່ ຕ້ອງເປັນຄັນທຸງຮັກສາແໜ້ນຄວາມສາມັກຄີພາຍໃນ, ເປັນແບບຢ່າງນຳໜ້າໃນການນຳພາບັນຊາ, ເດັດດ່ຽວຕ້ານແນວຄິດໃນຕົວ, ຕ້ອງເຂັ້ມງວດຕໍ່ຕົນເອງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ກາຍເປັນພະນັກງານນໍາພາ-ບັນຊາທີ່ເຂັ້ມແຂງ, ມີຄວາມຍຸຕິທໍາ, ໂປ່ງໃສ, ກ້າຄິດ, ກ້າເຮັດ, ກ້າຕັດສິນໃຈ ແລະ ກ້າຮັບຜິດຊອບທຸກບັນຫາທີ່ເກີດຂຶ້ນ.