ວັນທີ 17 ພະຈິກ 2022, ພັທ ກິ່ງຄໍາ ພົມມະຫາໄຊ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ເຂົ້າຮ່ວມເປັນປະທານ ປິດບັ້ນຝຶກອົບຮົມເຕັກນິກການຂຽນຂ່າວສານລົງສື່ອອນລາຍ ກ່າວວ່າ: ວຽກງານສື່ມວນຊົນເປັນວຽກງານທີ່ມີຄວາມສໍາຄັນເປັນກະບອກສຽງຂອງພັກ-ລັດ ຂອງກຳລັງປ້ອງກັນຄວາມສະຫງົບ ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ພັທ ກິ່ງຄໍາ ພົມມະຫາໄຊ ກ່າວອີກວ່າ: ວຽກງານສື່ມວນຊົນ ຍັງມີຄວາມຈຳເປັນທີ່ສຸດສຳລັບວຽກງານຈະລາຈອນ ເພາະວ່າການສັນຈອນແມ່ນຕິດພັນກັບການດຳລົງຊີວິດຂອງສັງຄົມ ແລະ ການໃຊ້ລົດໃຊ້ຖະໜົນ. ດັ່ງນັ້ນ, ເພື່ອເຮັດໃຫ້ທຸກຄົນເຂົ້າໃຈເຖິງກົດໝາຍ, ດຳລັດ, ລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນ. ກົມຕໍາຫຼວດຈະລາຈອນ ຈຶ່ງໄດ້ເນັ້ນໃສ່ວຽກໂຄສະນາ ແລະ ສຶກສາອົບຮົມ ເປັນສຳຄັນ; ເຊິ່ງໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕຳຫຼວດຈະລາ ຈອນແມ່ນໄດ້ລົງເຜີຍແຜ່ລະບຽບການສັນຈອນຢູ່ບັນດາກະຊວງ, ກົມກອງ, ຫົວໜ່ວຍທຸລະກິດ, ສະຖາບັນການສຶກສາ ບັນດາກຸ່ມບ້ານ ລວມທັງສູນກາງ ແລະ ທ້ອງຖິ່ນ ເປັນປະຈຳ. ແຕ່ອີງໃສ່ສະພາບການຂອງສັງຄົມໃນປັດຈຸບັນແລ້ວ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກໍຍັງບໍ່ສາມາດເຂົ້າເຖິງກຸ່ມເປົ້າໝາຍໄດ້ດີເທົ່າທີ່ຄວນ ຈຶ່ງໄດ້ມີການສ້າງເວບໄຊ ແລະ ເພຈເຟສບຸກ ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນຂ່າວສານການສັນຈອນ ໂດຍສະເພາະແມນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກຳ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການສັນຈອນ ເພື່ອເຮັດໃຫ້ປະຊາຊົນ ກໍຄື: ຜູ້ໃຊ້ລົດໃຊ້ຖະໜົນ ສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍ ໂດຍຜ່ານໂທລະສັບມືຖືທີ່ເຊື່ອມຕໍ່ກັບອິນເຕິເນັດ.

ໃນໂອກາດດັ່ງກ່າວ, ພັທ ກິ່ງຄໍາ ພົມມະຫາໄຊ ຍັງໄດ້ເນັ້ນໃຫ້ສຳມະນາກອນທຸກສະຫາຍ ຈົ່ງນຳເອົາບົດຮຽນ ແລະຄວາມຮູ້ທີ່ໄດ້ຮັບຈາກການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະທີ່ໄດ້ຮັບມອບ ໝາຍໃຫ້ມີຜົນສຳເລັດ ແລະ ສະແດງຄວາມຊົມເຊີຍຄະນະຮັບຜິດຊອບຝຶກອົບຮົມ, ວິທະຍາກອນ-ສຳມະນາກອນ ທີ່ໄດ້ພ້ອມກັນເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.

ພາບ-ຂ່າວ: ຊຸດຝຶກອົບຮົມ 1