ລາຍການກິລາຍິງປືນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ຈະຈັດຂຶ້ນຢູ່ແຂວງຊຽງຂວາງ,    ເປັນກິລາທຳອິດທີ່ໄດ້ແຂ່ງຂັນກ່ອນ ກິລາປະເພດອື່ນໆ, ເຊິ່ງໄດ້ແບ່ງການແຂ່ງຂັນອອກເປັນ 3 ໄລຍະຄື: ໄລຍະທີ 1: ເລີ່ມແຂ່ງຂັນວັນທີ 13-20 ພະຈິກ, ໄລຍະທີ: 2 ວັນທີ 23-29 ພະຈິກ 2022 ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ, ສ່ວນໄລຍະທີ 3: ຈະແຂ່ງຂັນວັນທີ 14-15 ທັນວາ 2022 ທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ, ເຊິ່ງຈົບການແຂ່ງຂັນໄລຍະທີ 1 ທັບນັກກິລາຍິງປືນກະຊວງ ປກສ ສາມາດ ຍາດໄດ້ 8 ຫຼຽນຄຳ, 7 ຫຼຽນເງິນ ແລະ 9 ຫຼຽນທອງ.

ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາກະຊວງ ປກສ ໃຫ້ສໍາພາດ ໃນວັນທີ 21 ພະຈິກ 2022 ວ່າ: ກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈໍານວນ 11 ປະ ເພດກິລາ, ລວມມີນັກກິລາທັງໝົດ 65 ສະຫາຍ, ສະເພາະກິລາຍິງປືນແມ່ນໄດ້ສົ່ງເຂົ້າຮ່ວມແຂ່ງຂັນ 18 ສະຫາຍ ຍິງ 8 ສະຫາຍ. ສໍາລັບການແຂ່ງຂັນໄລຍະທີ 1 ມີ 5 ລາຍການ ຄື: ປະເພດປືນສັ້ນອັດລົມ 10 ແມັດ ດ່ຽວຊາຍ-ຍິງ, ທີມຊາຍ-ຍິງ, ປືນຍາວອັດລົມ 50 ແມັດ ດ່ຽວຊາຍ-ຍິງ, ທີມຊາຍ-ຍິງ, ປືນສັ້ນຍິງຊ້າ 50 ແມັດ ດ່ຽວຊາຍ-ທີມ, ປືນຍາວທ່ານອນ 50 ແມັດ ດ່ຽວຊາຍ-ຍິງ, ທີມຊາຍ-ຍິງ, ປືນຍາວ 3 ທ່າ 50 ແມັດ ດ່ຽວຊາຍ-ຍິງ, ທີມຊາຍ ແລະ ຍິງ, ຊີງ 18 ຫຼຽນຄໍາ. ຜ່ານການແຂ່ງຂັນທັບນັກກິລາກະຊວງ ປກສ ສາມາດຍາດໄດ້ 8 ຫຼຽນຄໍາ, 7 ຫຼຽນເງິນ ແລະ 9 ຫຼຽນທອງ.

ກິລາຍິງປືນແມ່ນມີ 9 ພາກສ່ວນເຂົ້າຮ່ວມແຂ່ງຂັນ ຄື: ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ (ເຈົ້າພາບ), ຄຳມ່ວນ, ຜົ້ງສາລີ, ຫຼວງພະບາງ, ຫົວພັນ ແລະ ແຂວງສະຫວັນນະເຂດ, ໄລຍະທີ 1 ເຂົ້າ ຮ່ວມແຂ່ງຂັນມີ: ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຫຼວງພະບາງ. ຜົນການແຂ່ງຂັນເຈົ້າຫຼຽນຄໍາ ແມ່ນຕົກເປັນຂອງກະຊວງປ້ອງກັນປະເທດ ສາມາດຄວ້າ 10 ຫຼຽນຄໍາ, 11 ຫຼຽນເງິນ ແລະ 9 ຫຼຽນທອງ, ສ່ວນແຂວງຊຽງຂວາງ ຄວ້າ 2 ຫຼຽນທອງ.