ໃນວັນທີ 22 ພະຈິກ 2022, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ເນັ້ນໃຫ້ທັບນັກກິລາ ປກສ ທີ່ຈະເຂົ້າ ຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃຫ້ມີຄວາມຫ້າວຫັນ, ຍາດໄຊຊະນະ ແລະ ຫຼຽນຄໍາມາໃຫ້ ກະຊວງຕາມທີ່ໄດ້ຕັ້ງເປົ້າໝາຍໄວ້.

ພົຕ ວັນທອງ ກອງມະນີ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມກິລາ ກະຊວງ ປກສ ເນັ້ນຕໍ່ທັບນັກກິລາວ່າ: ໃຫ້ຄະນະຮັບຜິດຊອບເອົາໃຈໃສ່ໃນການລົງໃກ້ຊິດຕິດແທດ, ຊີ້ນຳໂດຍກົງຕໍ່ຄູຝຶກ ແລະ ນັກກິລາແຕ່ລະປະເພດຝຶກຊ້ອມຢ່າງເປັນປົກກະຕິ, ປະຕິບັດກົດລະບຽບການແຂ່ງຂັນຢ່າງເຂັ້ມງວດ, ຮັກສາລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບໃຫ້ແຂງແຮງ ເພື່ອກຽມຄວາມພ້ອມໃນການລົງແຂ່ງຂັນ, ຮຽກຮ້ອງໃຫ້ບັນດານັກກິລາ ຈົ່ງພ້ອມກັນຮ່ວມຈິດຮ່ວມໃຈກັນຫ້າວຫັນ, ມີຄວາມສາມັກຄີອົດ ທົນຕໍ່ອຸປະສັກຕ່າງໆ ສ້າງຄວາມເຊື່ອໝັ້ນໃຫ້ບັນດາຄູຝຶກ, ຄະນະຮັບຜິດຊອບ, ສິ່ງສຳຄັນແມ່ນຍາດເອົາໄຊຊະນະ ແລະ ຫຼຽນຄໍາມາໃຫ້ກະຊວງ ປກສ ຕາມເປົ້າໝາຍທີ່ວາງໄວ້; ພ້ອມທັງຖືເອົາໂອກາດດັ່ງ ກ່າວຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນໍາ, ຄູຝຶກ ແລະ ນັກກິລາ ຍິງປືນທີ່ຍາດໄດ້ຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງ ໄດ້ໃນລະດັບດີ.

ໃນພິທີ, ພັອ ສອນພະຈັນ ທຳມະວົງ ຫົວໜ້າກົມໂຄສະນາອົບຮົມ ປກສ ໄດ້ລາຍງານວ່າ: ຈຳນວນນັກກິລາຂອງ ກະຊວງ ປກສ ທີ່ສົ່ງເຂົ້າຮ່ວມການແຂ່ງຂັນມີທັງໝົດ 11 ປະເພດ ຄື: ກິລາກະຕໍ້, ເປຕັງ, ແລ່ນ-ລານ, ມວຍປໍ້າ, ມວຍປັນຈັກສີລັດ, ມວຍລາວ, ມວຍສາກົນ, ມວຍເທຄວັນໂດ, ຍິງປືນ, ຍິງທະນູ ແລະ ກິລາກ໋ອບ; ໃນນີ້, ມີນັກກິລາທັງໝົດ 65 ສະຫາຍ ຍິງ 21 ສະຫາຍ, ຄູຝຶກ 15 ສະຫາຍ ຍິງ 1 ສະຫາຍ ລວມທັງໝົດ 80 ສະຫາຍ; ສຳລັບນັກກິລາ 11 ປະເພດນີ້ໄດ້ເຂົ້າສູນຝຶກຊ້ອມມາແຕ່ວັນທີ 5 ກັນຍາ 2022. ກະຊວງ ປກສ ຕັ້ງເປົ້າໝາຍຈຳນວນ 14 ຫຼຽນຄຳ. ໃນນັ້ນ; ນັກກິລາຍິງປືນໄດ້ແຂ່ງຂັນໄປກ່ອນແລ້ວ, ເຊິ່ງສາມາດຍາດໄດ້ 8 ຫຼຽນຄຳ, 7 ຫຼຽນເງິນ ແລະ 9 ຫຼຽນທອງ. ມາຮອດປັດຈຸບັນນີ້, ການຝຶກຊ້ອມກິລາແຕ່ ລະປະເພດແມ່ນມີຄວາມພ້ອມຮອບດ້ານ, ມີເຕັກນິກຄວາມສາມາດສູງ, ມີສຸຂະພາບແຂງແຮງດີ.