ກະຊວງ ປກສ ຈັດຕັ້ງເຜີຍແຜ່-ເຊື່ອມຊຶມເອກະສານວຽກງານປະກັນສຸຂະພາບອ້ອມຂ້າງ ກະຊວງ ປກສ ໃນວັນທີ 22 ພະ ຈິກ 2022, ເປັນປະທານ ແລະ ເຜີຍແຜ່ໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທັງເປັນຜູ້ຊີ້ນຳວຽກງານປະກັນສັງຄົມ, ມີບັນດາຄະນະ ພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທີ່ມາຈາກກົມກອງອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກ່າວວ່າ: ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ 2 ເອກະ ສານ ຄື: ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ວ່າດ້ວຍການປະກັນສຸຂະພາບຕາມລະບົບປະກັນສັງຄົມ ແລະ ຄໍາແນະນຳຂອງກົມໃຫຍ່ການເມືອງ ປກສ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການປະກັນສຸຂະພາບຕາມລະບົບປະກັນສັງຄົມ; ເຊິ່ງການປະກັນສຸຂະພາບຕາມລະບົບປະກັນສັງຄົມແມ່ນການຄຸ້ມຄອງ, ຕິດຕາມ, ກວດກາການປະກັນສຸຂະພາບຢ່າງເປັນລະບົບ ແນໃສ່ຮັບປະກັນໃຫ້ສະມາຊິກປະກັນສັງຄົມໄດ້ຮັບການບໍ ລິການປິ່ນປົວ ເປັນຕົ້ນການບໍລິການກວດ, ບົ່ງມະຕິພະຍາດ, ການປິ່ນປົວທາງການແພດ ແລະ ການຟື້ນຟູສະມັດຖະພາບຮ່າງກາຍຢ່າງສະເໝີພາບ, ທົ່ວເຖິງ, ໂປ່ງໃສ ແລະ ຍຸຕິທໍາ.

ເງື່ອນໄຂຜູ້ທີ່ໄດ້ຮັບການປະກັນສຸຂະພາບຕາມລະບົບປະກັນສັງຄົມມີເງື່ອນໄຂດັ່ງນີ້: ຜູ້ປະກັນຕົນ ຫຼື ຜູ້ທີ່ຫັກເງິນສົມທົບເຂົ້າກອງທຶນປະກັນສັງຄົມປ້ອງກັນຄວາມສະຫງົບເປັນປົກກະຕິ ເຊັ່ນ: ນາຍ ແລະ ພົນຕຳຫຼວດ, ພະນັກງານບຳນານ, ເສຍອົງຄະ, ໝ້າຍ ແລະ ລູກກໍ່າພ້າ; ກໍລະນີ, ຜູ້ປະກັນຕົນເສຍຊີວິດແລ້ວ, ຄອບຄົວຂອງຜູ້ກ່ຽວບໍ່ມີເງື່ອນໄຂໄດ້ຮັບການອຸດໜູນເປັນລາຍເດືອນ (ອຸດໝູນໝ້າຍ, ລູກກໍ່າພ້າ) ຈາກກອງທຶນປະກັນສັງຄົມແມ່ນຈະໄດ້ຮັບການຄຸ້ມຄອງຕື່ມອີກ 3 ເດືອນ; ຖ້າກໍລະນີຜູ້ມີເງື່ອນໄຂໄດ້ຮັບການອຸດໜູນໃຫ້ປະກອບເອກະສານສະເໜີຂໍຮັບເງິນອຸດໜູນໝ້າຍ, ລູກກໍ່າພ້າ ເເລະ ຂຽນຟອມ ຂໍຂຶ້ນທະບຽນເຮັດບັດປະກັນສັງຄົມ, ການສິ້ນສຸດການປະກັນສຸຂະພາບຕາມລະບົບປະກັນສັງຄົມມີດັ່ງນີ້: ນາຍ ແລະ ພົນຕຳ ຫຼວດທີ່ປະຈຳການທີ່ໄດ້ອອກຮັບອຸດໜູນບຳເນັດ, ຖືກວິໄນອອກຈາກກຳລັງ, ຍົກຍ້າຍໄປປະຕິບັດໜ້າທີ່ຢູ່ຂະແໜງການອື່ນ ຫຼື ເສຍຊີວິດ, ພະນັກງານບຳນານ, ເສຍອົງຄະ, ໝ້າຍ, ລູກກຳພ້າ, ຜູ້ດູແລທີ່ເສຍຊີວິດ, ຜົວ-ເມຍ ແລະ ລູກຂອງຜູ້ປະກັນຕົນທີ່ເສຍຊີວິດ, ຜົວ, ເມຍ ແລະ ລູກຂອງຜູ້ປະກັນຕົນທີ່ບໍ່ມີເງື່ອນໄຂຄົບຖ້ວນໃນການຮັບການອຸດໜູນເປັນລາຍເດືອນ (ຜົວອາຍຸບໍ່ຮອດ 60 ປີ, ເມຍອາຍຸບໍ່ຮອດ 55 ປີ ແລະ ລູກກໍາພ້າອາຍຸເກີນ 18 ປີ, ໄດ້ຢຸດຈ່າຍເງິນສົມທົບເຂົ້າກອງທຶນປະກັນສັງຄົມນັບແຕ່ 3 ເດືອນຂຶ້ນໄປ.

ຄ່າປິ່ນປົວສຸຂະພາບທີ່ກອງທຶນປະກັນສັງຄົມ ປ້ອງກັນຄວາມສະຫງົບ ບໍ່ທັນໃຫ້ການຄຸ້ມຄອງບາງລາຍການດັ່ງນີ້: ການປ້ອງກັນ ແລະ ປິ່ນປົວພະຍາດທີ່ມີໂຄງການຂອງລັດຖະບານຮັບຜິດຊອບແລ້ວ ເຊັ່ນ: ພະຍາດວັນນະໂລກປອດ, ພະຍາດຫຼວງ, ການສັກຢາປ້ອງກັນອັກເສບຕັບທຸກຊະນິດ, ອັກເສບ ເຫຍື້ອຫຸ້ມສະໝອງ ແລະອື່ນໆ. ການຜ່າຕັດຫົວໃຈ, ການຟອກເລືອດ (Hemodialysis) ໃນກໍລະນີໄຂ່ຫຼັງຊຸດໂຊມແບບຊຳເຮື້ອທີ່ເກີນ 5 ຄັ້ງ, ພະຍາດທາລາເຊເມຍ (Thalassemia) ເຊັ່ນ: ການໃຫ້ເລືອດ, ຜ່າຕັດປ້າງ, ການຂັບຖ່າຍທາດເຫຼັກ, ການປິ່ນປົວລັງສີບຳບັດໃນກໍລະນີເປັນພະຍາດມະເຮັງ, ການຕັດແວ່ນຕາ ຫຼື ໃສ່ເລນທຽມ, ຍົກເວັ້ນກໍລະນີການເກີດອຸບັດຕິເຫດແຮງງານ ຫຼື ພະຍາດອາຊີບ, ການໃສ່ແຂ້ວທຽມ ຫຼື ການດັດແຂ້ວ, ຍົກເວັ້ນກໍລະນີເກີດອຸບັດຕິເຫດແຮງງານ, ຢາທຸກຊະນິດທີ່ໃຊ້ໃນການຢັບຢັ້ງການຂະຫຍາຍຕົວຂອງເຊື້ອພະຍາດ HIV, ການກວດເຊັກພະຍາດປະຈຳປີ, ການປີ່ນປົວທີ່ບໍ່ຈຳເປັນທາງດ້ານການແພດ ເຊັ່ນ: ການຜ່າຕັດປ່ຽນເພດ, ການປະສົມພັນທຽມ, ການປ່ຽນອະໄວຍະວະ, ເຮັດໝັນ ແລະ ການເສີມຄວາມງາມ, ການເຈັບປ່ວຍທີ່ໂຮງໝໍຫຼັກ ສາມາດປິ່ນປົວໄດ້ແຕ່ຜູ້ເກີດສິດສະໝັກໃຈໄປປິ່ນປົວຢູ່ໂຮງໝໍອື່ນດ້ວຍຕົນເອງ, ການປິ່ນປົວສຸຂະພາບຢູ່ຕ່າງປະເທດ, ຄ່າໃຊ້ຈ່າຍການບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍເອກະຊົນ, ຄລີນິກ, ຮ້ານຂາຍຢາ ແລະ ກໍລະນີສົ່ງຄົນເຈັບຕໍ່ບໍ່ເປັນທາງການ.