ທີມຂະແໜງປ້ອງກັນຄວາມສະຫງົບ ໃນຂົງເຂດສັງຄົມ ນັກສຶກສາ ຮຸ່ນທີ 25/4 ຄວ້າລາງວັນຊະນະເລີດໃນຂະບວນການແຂ່ງຂັນຖາມ-ຕອບວິທະ ຍາສາດ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ; ເຊິ່ງຖືໄດ້ວ່າເປັນທີມທີ່ສາມາດນຳໃຊ້ທັກສະຄວາມຮູ້-ຄວາມ ສາມາດໃນການຈື່ຈຳກຳໄດ້ບັນດາບົດຮຽນກ່ຽວກັບຄວາມຮູ້ທົ່ວໄປ, ການເມືອງ, ກົດໝາຍ ແລະ ວິຊາສະເພາະທີ່ທາງຄະນະກຳມະການນຳມາຖາມໄດ້ດີທີ່ສຸດໃນຈຳນວນ 24 ທີມທີ່ເຂົ້າຮ່ວມແຂ່ງຂັນ ໂດຍແມ່ນວິທະຍາຄານສັນຕິບານປະຊາຊົນ ( ວສປ ) ຈັດຂຶ້ນໃນວັນທີ 22 ພະຈິກ 2022.

ພັອ ປອ ບຸນຊະນະ ສິມມາລາວົງ ຮອງຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ ກ່າວວ່າ: ຂະບວນການແຂ່ງຂັນຖາມ-ຕອບວິທະຍາສາດຈັດຂຶ້ນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ ຄົບຮອບ 27 ປີ ( 27 ພະຈິກ 1995-27 ພະຈິກ 2022 ). ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ, ແລກປ່ຽນບົດຮຽນດ້ານວິທະຍາສາດລະຫວ່າງນັກສຶກສາ ດ້ວຍກັນໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ສຳລັບຈຳນວນທີ່ເຂົ້າຮ່ວມແຂ່ງຂັນລວມມີ 24 ທີມ, ໂດຍຈະມີທີມລະ 3 ຄົນ, ເຊິ່ງແມ່ນນັກສຶກສາທີ່ກຳລັງຄົ້ນຄວ້າຢູ່ ວສປ; ໂດຍນຳໃຊ້ຮູ້ແບບຕອບຄຳຖາມແບບປາລະໄນ ແຕ່ລະທີມໄດ້ຈັບສະຫຼາກປະກົບຢູ່ແຂ່ງຂັນກັນ ( ແບບປັດເຂ່ຍຄື: ຊະນະເຂົ້າຮອບ, ເສຍຕົກຮອບ ), ແຕ່ລະທີມຈະຈົກຄຳ ຖາມ ເພື່ອຕອບ 4 ຄຳຖາມ ຄື: ຄວາມຮູ້ທົ່ວໄປ, ການເມືອງ, ກົດໝາຍ ແລະ ວິຊາສະເພາະໂດຍມີກຳນົດເວລາ 5 ນາທີໃນການຕອບ; ເຊິ່ງການແຂ່ງ ຂັນຮອບທີ 1 ມີ 24 ທີມ, ຄັດເຂົ້າຮອບທີ 2 ໃຫ້ຍັງ 12 ທີມ, ຄັດເຂົ້າຮອບທີ 3 ໃຫ້ຍັງ 6 ທີມ. ຄັດເຂົ້າຮອບທີ 4 ໃຫ້ຍັງ 3 ທີມ ແລ້ວມາແຂ່ງຂັນຄັດເອົາທີ 1, 2, 3.

ຜ່ານການແຂ່ງຂັນເປັນເວລາເຄິ່ງວັນ, ແຕ່ລະທີມແມ່ນໄດ້ນຳໃຊ້ຄວາມຮູ້ຄວາມສາມາດໃນການຈື່ຈຳ, ກຳໄດ້ບົດຮຽນທີ່ຮໍ່າຮຽນ ແລະ ມີຄວາມຮູ້ຮອບຕົວຢ່າງເຕັມທີ່; ແຕ່ທີມທີ່ສາມາດນຳໃຊ້ໄດ້ດີທີ່ສຸດໄດ້ແກ່ທີມ ຂະແໜງປ້ອງກັນຄວາມສະຫງົບໃນຂົງເຂດສັງຄົມ ນັກສຶກສາ ຮຸ່ນທີ 25/4 ທີ່ສາມາດ ຄວ້າລາງວັນຊະນະເລີດ ເປັນອັນດັບ 1 ໃນການແຂ່ງຂັນ ໂດຍໄດ້ຮັບຫຼຽນຄົນລະ 1 ໜ່ວຍ, ເງິນ 1.000.000 ກີບ ພ້ອມຂັນ 1 ໜ່ວຍ; ອັນດັບ 2 ແມ່ນທີມຂະແໜງປ້ອງກັນຄວາມສະຫງົບໃນຂົງເຂດພົວພັນຕ່າງປະເທດນັກສຶກສາຮຸ້ນທີ່ 19/2 ໄດ້ຮັບຫຼຽນຄົນລະ 1 ໜ່ວຍ, ເງິນ 700.000 ກີບ, ຂັນ 1 ໜ່ວຍ; ອັນດັບ 3 ທີມຂະແໜງຄຸ້ມຄອງລັດດ້ານຄວາມສະຫງົບແຫ່ງຊາດ ນັກສຶກສາ ຮຸ່ນທີ່ 25/4 ໄດ້ຮັບຫຼຽນຄົນລະ 1 ໜ່ວຍ, ເງິນ 500.000 ກີບ, ຂັນ 1 ໜ່ວຍ.