ໃນໂອກາດທີ່ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີປິດຊຸດຝຶກອົບຮົມວຽກງານການເມືອງ, ປະດັບຊັ້ນ, ຍ້ອງຍໍ ແລະ ສັບຊ້ອນນາຍຕຳຫຼວດ ທີ່ສຳເລັດການສຶກສາຈາກ ສສ ຫວຽດນາມ ຄັ້ງນີ້, ທ່ານໄດ້ເນັ້ນໜັກວ່າ: ແຕ່ລະສະຫາຍຕ້ອງຖືເອົາຜົນສຳເລັດຂອງການສຶກສາ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ມີປະສິດທິພາບ ໂດຍຍົກສູງຄວາມຮັບຜິດຊອບໃຫ້ສົມຄູ່ກັບຊັ້ນ, ໜ້າທີ່ຄວາມຮັບຜິດຊອບ ແລະ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ ເພື່ອໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ກໍຄື ປົກປັກຮັກສາຄວາມສະຫງົບ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

ສໍາລັບນັກສຶກສາທີ່ສໍາເລັດການຝຶກອົບຮົມ ແລະ ໄດ້ຮັບການເລື່ອນຊັ້ນ, ປະດັບຊັ້ນ, ສັບຊ້ອນໃນຄັ້ງນີ້ ແມ່ນການມອບໝາຍໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະຫງ່າ, ໂດຍບັນດາສະຫາຍ ຈົ່ງສືບຕໍ່ກໍ່ສ້າງຕົນເອງ, ນໍາເອົາຄວາມຮູ້-ຄວາມສາມາດທີ່ຮຽນມາ ໄປໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງ ຢູ່ກົມກອງບ່ອນຕົນເອງສັງກັດຢູ່ນັ້ນ ໃຫ້ເກີດດອກອອກຜົນໄດ້ດີ, ສຸມທຸກສະຕິປັນຍາຂອງຕົນ ເຂົ້າໃນໜ້າທີ່ວຽກງານ ຢ່າງມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເຮັດສໍາເລັດຕາມການມອບໝາຍ.

ພວກສະຫາຍຕ້ອງຍົກສູງຄວາມຮັບຜິດຊອບໃຫ້ສົມຄູ່ກັບຊັ້ນ, ກັບໜ້າທີ່ຄວາມຮັບຜິດຊອບ, ມີຄວາມຮັບຜິດຊອບຕໍ່ຕົນເອງ, ຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຕໍ່ຜູ້ບັງຄັບບັນຊາ, ຕໍ່ໝູ່ເພື່ອນ ແລະ ຕ້ອງຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດ-ສິນທໍາປະຕິວັດ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພໍ່-ແມ່ ກໍຄື ຄວາມເຊື່ອໝັ້ນຂອງການຈັດຕັ້ງຂັ້ນເທິງ.

ຊຸດຝຶກອົບຮົມຄັ້ງນີ້ ມີນັກສຶກສາທີ່ສຳເລັດການສຶກສາລະດັບປະລິນຍາຕີ ລະບົບ 5 ປີ ແລະ 4 ປີ ທີ່ໄປສຶກສາຢູ່ ສສ ຫວຽດນາມ ແຕ່ປີ 2017-2022 ເຊິ່ງມີທັງໝົດ 57 ສະຫາຍ ຍິງ 9 ສະຫາຍ; ໃນນັ້ນ, ຈົບຈາກ ໂຮງຮຽນວັດທະນະທຳ ເລກ I ແລ້ວສຶກສາຕໍ່ປະລິນຍາຕີ ມີ 24 ສະຫາຍ ຍິງ 4 ສະຫາຍ, ຈົບຈາກ ວິທະຍາຄານສັນຕິບານປະຊາຊົນ 35 ສະຫາຍ ຍິງ 5 ສະຫາຍ, ຈົບຈາກ ວິທະຍາຄານການເມືອງປະຊາຊົນ 10 ສະຫາຍ ແລະ ມະຫາວິທະຍາໄລຕ້ານ-ສະກັດກັ້ນອັກຄີໄພ 10 ສະຫາຍ.

+ ເຊິ່ງໄດ້ແບ່ງເປັນ 4 ຂະເເໜງ ຄື:

  • ຂະເເໜງສືບສວນ-ສອບສວນ 25 ສະຫາຍ ຍິງ 5 ສະຫາຍ
  • ຂະແໜງ ປາບປາມຢາເສບຕິດ 12 ສະຫາຍ ຍິງ 4 ສະຫາຍ
  • ຂະແໜງກໍ່ສ້າງພັກ ເເລະ ອໍານາດລັດ 10 ສະຫາຍ
  • ຂະແໜງສະກັດກັ້ນ ແລະ ຕ້ານອັກຄີໄພ 10 ສະຫາຍ

ໂດຍສາມາດສໍາເລັດການສຶກສາ ໄດ້ທັງໝົດທຸກສະຫາຍໃນປີ 2022 ພ້ອມທັງຖືກສັບຊ້ອນໄປປະຕິບັດໜ້າທີ່ຢູ່ບັນດາກົມ-ກອງວິຊາສະເພາະ ໃນຂັ້ນສູນກາງ, ບັນດາ ປກສ ແຂວງ ຕາມວິຊາສະເພາະທີ່ຈົບມາ ເພື່ອປະກອບສ່ວນສຳຄັນຢ່າງຕັ້ງໜ້າ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບປະຊາຊົນ ແລະ ຮັບປະກັນໃຫ້ທົ່ວສັງຄົມມີຄວາມສະຫງົບປອດໄພ 100%.

ການໂອ້ລົມດັ່ງກ່າວ ລ້ວນແລ້ວແຕ່ແມ່ນເຂັມຊີ້ທິດເຍືອງທາງ ໃຫ້ນັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ວຽກງານ ກໍຄື ລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ ແລະ ມີແບບຜນທີ່ທັນສະໄໝ, ຮູ້ໝູນໃຊ້ບັນດາຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະທີ່ສຶກສາຮ່ຳຮຽນ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ແລະ ສະພາບຄວາມເປັນຈິງຂອງສັງຄົມ ເວົ້່າລວມ, ເວົ້າສະເພາະ ກໍເພື່ອເຮັດໃຫ້ນັກສຶກສາແຕ່ລະສະຫາຍ ຮູ້ຈັກຫັນປ່ຽນບັນດາທັດສະນະແນວຄິດທີ່ບໍ່ຖືກຕ້ອງ, ມີສະຕິລະວັງຕົວ ແລະ ຍົກສູງຄວາຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ພ້ອມທັງຮູ້ຈັກແກ້ໄຂບັນດາຈຸດທີ່ຍັງຄົງຄ້າງ ເພື່ອສ້າງແຜນການເຮັດວຽກໃຫ້ທັນສະໄໝກ້າວໜ້າຂຶ້ນກວ່າເກົ່າ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!