ລອງຈິນຕະນາການວ່າ ໃບໜ້າຂອງເຈົ້າຖືກຕັດຕໍ່ໃສ່ວິດີໂອລາມົກ ໂດຍບໍ່ໄດ້ຮັບອະນຸຍາດ ແລ້ວຖືກເປີດເຜີຍລົງໃນອິນເຕີເນັດ, ເຈົ້າຈະຮູ້ສຶກແນວໃດ? ເຊິ່ງໄດ້ມີຍິງຄົນໜຶ່ງຊື່ ນາງ ເຄດ ໄອແຊັກ ເປີດເຜີຍເລື່ອງດັ່ງກ່າວທີ່ເກີດຂຶ້ນກັບນາງ.

ໃນຕອນແລງມື້ໜຶ່ງ, ຂະນະທີ່ ນາງ ເຄດ ກຳລັງເລື່ອນພາບໃນແອັບ Twitter ຂອງລາວ ກໍຮູ້ສຶກຕົກໃຈເມື່ອມີຂໍ້ຄວາມແຈ້ງເຕືອນວ່າ ມີວີດີໂອລາມົກກໍາລັງປະກົດຂຶ້ນໃນບັນດາ tweets ຂອງຄົນອື່ນໆ.

ນາງ ເຄດ ໄດ້ເປີດເຜີຍຕໍ່ສາທາລະນະ ວ່າ:

ນາງ ເຄດ ໄອແຊັກ

” ເຫດການດັ່ງກ່າວ ເປັນຄັ້ງທໍາອິດທີ່ມີຄົນບໍ່ຫວັງດີເອົາຮູບໃບໜ້າຂອງຕົນ ໄປຕັດຕໍ່ໃສ່ໃນວີດີໂອລາມົກ ເຊິ່ງ ເຮັດໃຫ້ຕົນເອງມີຄວາມກັງວົນໃຈຫຼາຍ “

ໂດຍພວກຄົນບໍ່ຫວັງດີໄດ້ໃຊ້ແອັບຕັດຕໍ່ໃບໜ້າ ຄືແອບ “Deepfake”, ໝາຍຄວາມວ່າ ຜູ້ໃດຜູ້ໜຶ່ງໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອແກ້ໄຂໃບໜ້າ, ໃນກໍລະນີນີ້ ແມ່ນເອົາໃບໜ້າຂອງ ນາງ ເຄດ ໄປຕັດຕໍ່ແທນທີ່ໃບໜ້ານັກສະແດງໃນວີດີໂອໜັງລາມົກທີ່ກຳລັງມີເພດສໍາພັນ.

ໃນໄລຍະຜ່ານມາ, ມີໃບໜ້າຂອງຄົນທີ່ມີຊື່ສຽງໂດ່ງດັງ, ນັກສະແດງ ແລະ ນັກການເມືອງຫຼາຍຄົນ ຕົກເປັນເປົ້າໝາຍຂອງພວກກຸ່ມຄົນບໍ່ດີ ທີ່ໃຊ້ແອັບ deepfake ຕັດຕໍ່ຮູບໃບໜ້າລົງໃນຄຼິບວີດີໂອ; ແນວໃດກໍຕາມ, ວີດີໂດທີ່ຖືກຕັດຕໍ່ ບໍ່ແມ່ນວີດີໂອລາມົກສະເໝີໄປ ເຊິ່ງກໍມີຫຼາຍຄຼິບທີ່ຖືກສ້າງຂຶ້ນເພື່ອຄວາມບັນເທີງ ເທົ່ານັ້ນ; ແຕ່ໃນຫຼາຍປີຜ່ານມາ, ກໍໄດ້ມີເຫດການແບບນີ້ເກີດຂຶ້ນຢ່າງຕໍ່ເນື່ອງ.

ບໍລິສັດ Deeptrace ເປັນຜູ້ໃຫ້ບໍລິການດ້ານຄວາມປອດໄພທາງອິນເຕີເນັດ ເປີດເຜີຍວ່າ: ມີການຕັດຕໍ່ຄຼິບລາມົກທີ່ບໍ່ໄດ້ຮັບອະນຸຍາດ ເກີດຂຶ້ນສູງເຖິງ 96% ແລະ ບັນດາຄຼິບເຫຼົ່ານັ້ນສ້າງຂຶ້ນເພື່ອແກ້ແຄ້ນ.

ໃນໄອແລນ ໜຶ່ງໃນປະເທດສະມາຊິກຂອງ ລາຊະອານາຈັກ (UK), ການເປີດເຜີຍຮູບ ຫຼື ວີດີໂອ ທີ່ສະແດງໃຫ້ເຫັນຜູ້ໃດຜູ້ໜຶ່ງ ໃນສະຖານະການໃດໜຶ່ງ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງ ຖືວ່າບໍ່ເປັນການກະທໍາຜິດ, ແຕ່ຖ້າຄຼິບດັ່ງກ່າວ ຫາກມີການຕັດຕໍ່ທີ່ສ້າງຄວາມເສຍຫາຍ ຫຼື ເປັນຄຼິບລາມົກ ກໍຖືວ່າຜິດ ແລະ ໃນກໍລະນີທີ່ຜູ້ກະທຳຜິດ ບໍ່ໄດ້ອາໄສຢູ່ໃນປະເທດໄອແລນ ກໍຖືວ່າຜິດເຊັ່ນກັນ.

ທັງນີ້, ລັດຖະບານລາຊະອານາຈັກ (UK) ມີການສ້າງກົດໝາຍຄວາມປອດໄພທາງໄຊເບີມາດົນແລ້ວ, ເຊິ່ງກົດໝາຍສະບັບດັ່ງກ່າວ ກໍໄດ້ຮັບການແກ້ໄຂເລື້ອຍໆ ແລະ ສາມາດໃຫ້ສິດການຄຸ້ມຄອງສື່ມວນຊົນຂອງລາຊະອານາຈັກ ໃນການດໍາເນີນຄະດີຕໍ່ເວັບໄຊທີ່ຖືວ່າເປັນອັນຕະລາຍຕໍ່ຜູ້ໃຊ້ ບໍ່ວ່າເວັບໄຊຈະຢູ່ໃສໃນໂລກ.

ໃນຂະນະດຽວກັນ, ໃນເດືອນພະຈິກ 2022 ທ່ານ ໄມເຄີນ ໂດນແລນ (Micheal Donelan) ລັດຖະມົນຕີວັດທະນະທໍາ ກ່າວວ່າ: ທາງເຈົ້າໜ້າທີ່ຮັບຜິດຊອບ ກຳລັງປະຕິຮູບກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ຜ່ານສະພາ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ນາງ ເຄດ ກ່າວຕື່ມວ່າ: ຖ້າຜູ້ໃດຜູ້ໜຶ່ງ ຕົກຢູ່ໃນສະຖານະການແບບຜູ້ກ່ຽວ, ພວກເຂົາຈະຮູ້ສຶກແນວໃດ? ຖ້າພວກເຂົາເຫັນຄຼິບດັ່ງກ່າວ, ເຊິ່ງເລື່ອງນີ້ເອີ້ນວ່າ ດອກຊິ່ງ (doxing), ຄືການເປີດເຜີຍຂໍ້ມູນສ່ວນບຸກຄົນ ທີ່ສາມາດລະບຸຕົວຕົນໄດ້ ເຊັ່ນ: ຊື່ເຕັມ, ທີ່ຢູ່ ຫຼື ຂໍ້ມູນສ່ວນຕົວອື່ນໆ, ເຊິ່ງຂໍ້ມູນດັ່ງກ່າວ ຈະຖືກເປີດເຜີຍຕໍ່ສາທາລະນະ ໂດຍບໍ່ໄດ້ຮັບການອະນຸຍາດຈາກຜູ້ກ່ຽວ.

ໜ້າຕາແອັບ DEEPFAKE ຄືກັບແອັບຕັດຕໍ່ວີດີໂອທົ່ວໄປ

ກ່ອນໜ້ານີ້, ແອັບ deepfake ບໍ່ມີໃຫ້ໃຊ້ງານງ່າຍໆ ແລະ ມີໜ້ອຍຄົນທີ່ຈະຮູ້ວິທີໃຊ້, ແຕ່ມາຮອດປັດຈຸບັນ ຫຼາຍຄົນສາມາດດາວໂຫຼດແອັບຕ່າງໆໄດ້ຢ່າງຖືກກົດໝາຍ ແລະ ຕັດຕໍ່ຄຼິບວີດີໂດໄດ້ພຽງແຕ່ກົດ 4-5 ຄັ້ງເທົ່ານັ້ນ.

ນາງ ເຄດ ຍັງບອກອີກວ່າ: ສຳລັບລາຊະອານາຈັກ ກົດໝາຍຄວາມປອດໄພທາງໄຊເບີ ແມ່ນຕາມບໍ່ທັນເຕັກໂນໂລຢີ, ພວກເຮົາຕາມຫຼັງເຕັກໂນໂລຢີ ມາເປັນເວລາຫຼາຍປີ ແລະ ເນື້ອໃນຂອງກົດໝາຍ ແມ່ນບໍ່ທັນສະໄໝ, ເຊິ່ງເຮັດໃຫ້ຫຼາຍບັນຫາຍັງບໍ່ສາມາດຄວບຄຸມໄດ້.

+ ເຈົ້າຄວນເຮັດແນວໃດ ຖ້າໃບໜ້າຂອງເຈົ້າຖືກຕັດຕໍ່ໃສ່ຄຼິບວີດີໂອລາມົກ?

ຫາກເຈົ້າອາໄສຢູ່ ສປປ ລາວ ແມ່ນປະຕິບັດດັ່ງນີ້: ຮວບຮວມຫຼັກຖານ ໂດຍການດາວໂຫຼດວີດີໂອໄວ້, ຖ່າຍຮູບວັນທີ ແລະ ເວລາທີ່ລົງຄຼິບ, ຊື່ຜູ້ໃຊ້ ຫຼື URL ທີ່ຢູ່ເວັບໄຊ; ສິ່ງສໍາຄັນແມ່ນນຳຫຼັກຖານເຫຼົ່ານີ້ ໄປແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເຊັ່ນ: ເຂົ້າໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດ ທີ່ຢູ່ໃກ້ບ້ານທັນທີ.

ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ ໄດ້ລະບຸຢ່າງຊັດເຈນ ໃນມາດຕາ 62 ຂໍ້ 6 ວ່າ: ການເຜີຍແຜ່ສິ່ງລາມົກ ທາງສື່ສັງຄົມອອນລາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ຫາ 5 ປີ ແລະ ຈະຖືກປັບໃໝ 5.000.000 ຫາ 30.000.000 ກີບ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!