ໃນວັນທີ 23 ພະຈິກ 2022, ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ພ້ອມດ້ວຍການນຳຂອງເມືອງ ແລະ ພາກສ່ວນທີ່ກຽວຂ້ອງໄດ້ລົງໃຫ້ກຳລັງໃຈ ພ້ອມມອບເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງ ແລະ ເງິນສົດ ຈຳນວນ 3.000.000 ກີບ ໃຫ້ກັບຄອບຄົວຜູ້ທີ່ຮັບເຄາະຮ້າຍຈາກອຸບັດຕິ ເຫດລົດປີ້ນທັບເຮືອນຂອງປະຊາຊົນຢູ່ທີ່ບ້ານພູຜານາງ ( ຄຸ້ມຂາມເປ້ຍ) ເມືອງທ່າປາງທອງ ແຂວງສະຫວັນນະເຂດ ເຮັດໃຫ້ມິີຄົນເສຍຊີວິດ 4 ຄົນ.

ເຈົ້າໜ້າທີ່ ປກສ ເມືອງທ່າປາງທອງ ໃຫ້ຮູ້ວ່າ: ໃນວັນທີ 22 ພະຈິກ 2022, ເວລາ 16:30 ໂມງ ເກີດອຸບັດຕິເຫດລົດບັນທຸກພວງ ສີຟ້າຂາວ ໝາຍ ເລກທະບຽນ ສະຫວັນນະເຂດ ບກ 2118 ຂັບຂີ່ ໂດຍ ທ້າວ ຈອນ ອາຍຸ 26 ປີ ບ້ານນາເຊັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເສຍຫຼັກປີ້ນທັບເຮືອນປະຊາຊົນຢູ່ຖະໝົນຂອບເຂດບ້ານພູຜານາງ ( ຄຸ້ມຂາມເປ້ຍ ) ເມືອງທ່າປາງທອງ ຈຸດເກີດເຫດເປັນເສັ້ນທາງລົງພູຄົດລ້ຽວ ແລະ ມີຝົນຕົກແຮງ ເຮັດໃຫ້ທາງມື່ນ; ຜົນເສຍຫາຍໃນຄັ້ງນີ້ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນເສຍຫາຍ 5 ຫຼັງ; ໃນນັ້ນ, ເສຍຫາຍໜັກທັງຫຼັງ ຈຳນວນ 3 ຫຼັງ ແລະ ເລັກໜ້ອຍ 2 ຫຼັງ ແລະ ມີຜູ້ເສຍຊິວິດ ຈຳນວນ 4 ຄົນ ຍິງ 1 ຄົນ, ບາດເຈັບສາຫັດ 3 ຄົນ ຍິງ 1 ຄົນ, ບາດເຈັບສົມຄວນ 2 ຄົນ, ບາດເຈັບເລັກນ້ອຍ 2 ຄົນ, ລວມທັງໝົດບາດ ເຈັບ ແລະ ເສຍຊີວິດ ຈຳນວນ 11 ຄົນ ຍິງ 4 ຄົນ.

ປັດຈຸບັນ, ລົດຄັນດັ່ງກ່າວ ແລະ ວັດຖຸທີ່ຖືກເສຍຫາຍ ແມ່ນທາງເຈົ້າໜ້າໄດ້ຮັກສາໄວ້ຢູ່ບ່ອນເກີດເຫດ; ສ່ວນມູນຄ່າການເສຍຫາຍຍັງບໍ່ທັນ ສາມາດສະຫຼູບໄດ້ສ່ວນຜູ້ຂັບຂີ່ ແມ່ນທາງເຈົ້າໜ້າທີ່ໄດ້ກັກຕົວຢູ່ ປກສ ເມືອງທ່າປາງທອງ ເພື່ອດໍາເນີນການສືບສວນ-ສອບສວນຕໍ່ໄປ.