ວັນທີ 23 ພະຈິກ 2022, ກອງບັນຊາການ ປກສ ແຂວງຜົ້ງສາລີ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ, ເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພັອ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ຜູ້ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງຜົ້ງສາລີ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 3 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 12 ສະຫາຍ ຍິງ 1 ສະຫາຍ

ໂອກາດດັ່ງກ່າວ, ພັອ ຄໍາຈັນ ແສງລາວົງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ປະຕິບັດວຽກງານວິຊາສະເພາະ, ສຸມໃສ່ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ບັນລຸຕາມຄາດໝາຍ, ສືບຕໍ່ນໍາເອົາເນື້ອໃນຈິດໃຈບັນດາມະຕິຂອງສູນກາງພັກ, ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ຫັນມາເປັນມະຕິ, ເປັນແຜນງານ, ໂຄງການ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ພ້ອມທັງສືບຕໍ່ປັບປຸງແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກໃຫ້ທັນສະໄໝ ແລະ ແທດເໝາະກັບສະພາບການປ່ຽນແປງໃໝ່ ໃນປັດຈຸບັນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!