ໃນວັນທີ 21 ພະຈິກ 2022, ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ຜູ້ຊີ້ນໍາວຽກງານພະແນກວິຊາສະເພາະການຜະລິດຂອງກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຫ້ອງການກົມໃຫຍ່ການເມືອງ ປກສ, ຕ້ອນຮັບ ໂດຍ ພັທ ພອນໄຊ ລັດສະໝີ ຫົວໜ້າພະແນກການຜະລິດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັທ ພອນໄຊ ລັດສະໝີ ໄດ້ລາຍງານກ່ຽວກັບສະພາບການວຽກງານຮອບດ້ານພາຍໃນພະແນກ ເປັນຕົ້ນວຽກງານການເມືອງແນວຄິດ, ວຽກງານວິຊາສະເພາະ, ວຽກງານການຜະລິດ, ວຽກງານການປູກຝັງ, ວຽກງານການຕະຫຼາດ ແລະ ວຽກງານອື່ນໆ ໃຫ້ ພົຈວ ຄຳສາຍ ຈັນທະວົງ ໄດ້ຮັບຊາບ ໂດຍຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນເດືອນຕຸລາ ພະແນກການຜະລິດ ສາມາດເກັບໄຂ່ຢູ່ 2 ຟາມ ຂາຍອອກສູ່ທ້ອງຕະຫຼາດໄດ້ 3.702 ເເຕະ, ດູດໜອງ ຈຳນວນ 1 ໜອງໄດ້ປາ 1.575 ກິໂລ ແລະ ວຽກງານອື່ນໆກໍມີຜົນສໍາເລັດ.

ໃນໂອກາດດັ່ງກ່າວ, ພົຈວ ຄຳສາຍ ຈັນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ທີ່ຍາດໄດ້ຜົນງານໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດໃຫ້ຮັບຮູ້, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອປະຕິວັດອັນດີງາມຂອງພັກ, ຂອງຊາດ, ຂອງກຳລັງປະກອບອາວຸດ; ຄົ້ນຄວ້າຮໍ່າຮຽນກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະ ບັນດາມະຕິ, ຄຳສັ່ງຕ່າງໆໃຫ້ເລິກເຊິ່ງ, ຈຳແນກມິດສັດຕູຢ່າງຈະແຈ້ງ, ຍົກສູງນໍ້າໃຈເສຍສະລະເພື່ອຜົນປະໂຫຍດສ່ວນລວມ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ.

ສືບຕໍ່ຕິດຕາມການລ້ຽງໄກ່, ຂາຍໄຂ່ໄກ່ ແລະ ບົວລະບັດຮັກສາຄອກໄກ່ເປັນປົກກະຕິ, ເອົາໃຈໃສ່ບົວລະບັດຮັກສາໜອງປາ, ສືບຕໍ່ບົວລະບັດ ແລະ ປົກປັກຮັກສາເຄື່ອງປູກ, ແນວພັນພືດຕ່າງໆຢູ່ຫຼັກ 62, 67 ແລະ ສືບຕໍ່ເອົາໃຈໃສ່ຕິດຕາມກວດກາ ແລະ ບົວລະບັດຮັກສາຕົ້ນໄມ້ວິກເປັນປົກກະຕິ, ທັງໝົດນີ້ ກໍເພື່ອຮັບປະກັນດ້ານພະລາທິການໃຫ້ແກ່ການເຄື່ອນໄຫວວິຊາສະເພາະ ແລະ ລ້ຽງດູກໍາລັງຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.