ວັນທີ 17 ພະຈິກ ຜ່ານມາ, ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນ ແລະ ມອບໝາຍໜ້າທີ່ໃຫ້ກໍາລັງປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ຈະຈັດຂຶ້ນຢູ່ແຂວງຊຽງຂວາງ ໃນລະຫວ່າງ ວັນທີ 13-22 ທັນວາ 2022, ໂດຍມີ ພົຕ ຈັນສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າ ການກະຊວງ ປກສ ຫົວໜ້າອະນຸກໍາມະການປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11, ມີ ພົຈວ ບຸນລົດ ຄໍາແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ພ້ອມດ້ວຍບັນດາອະນຸກໍາມະການປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ຂັ້ນກະຊວງ, ຂັ້ນ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ວີທອງ ພົມມະວີ ຫົວໜ້າກົມເສນາ ຫ້ອງວ່າການກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດຂັ້ນສູງ ກະຊວງ ປກສ ເປັນຫົວໜ້າອະນຸກໍາມະການປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11. ໃນນີ້, ໄດ້ຕົກລົງແຕ່ງຕັ້ງ ພົຕ ຈັນສະແຫວງ ທິບຄູນທອງ ເປັນຫົວໜ້າອະນຸກໍາມະການປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11. ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງບັນຈຸກໍາລັງປ້ອງກັນ. ໃນນີ້, ໄດ້ມີການສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ, ກໍາລັງທະຫານຫຼວງ, ທະຫານທ້ອງຖິ່ນ, ກໍາລັງປ້ອງກັນຄວາມສະຫງົບແຂວງ, ເມືອງ, ປກສ ກຸ່ມ ແລະ ປກຊ-ປກສ ບ້ານ, ມີການປຶກສາຫາລືຕົກລົງເປັນເອກະພາບກັນໃນການຈັດວາງກໍາລັງໃສ່ຈຸດສະຖານທີ່ແຂ່ງຂັນກິລາ, ສະຖານທີ່ພັກເຊົາ, ປ້ອງກັນຕາມເສັ້ນທາງບັນດາສໍານັກງານອົງການ, ພ້ອມຊີ້ນໍາໃຫ້ກອງບັນຊາການ ປກສ ເມືອງ ໃຫ້ສ້າງແຜນອັນສະເພາະ ເພື່ອລົງປ້ອງກັນຢູ່ແຕ່ລະຈຸດສະຖານທີ່ທ່ອງທ່ຽວ, ບັນດາຈຸດທີ່ມີຄວາມສ່ຽງ ແລະ ເອົາກໍາລັງເຂົ້າປະຈຳການ ກຽມພ້ອມຕະຫຼອດ 24 ຊົ່ວໂມງ.

ໂອກາດນີ້, ພົຕ ຈັນສະແຫວງ ທິບຄູນທອງ ໄດ້ເນັ້ນໃຫ້ແຕ່ລະກົມກອງທ້ອງຖິ່ນເອົາໃຈໃສ່ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ພະນັກງານທີ່ຈະເຂົ້າເຮັດໜ້າທີ່ປ້ອງກັນໃນຄັ້ງນີ້ຢ່າງທົ່ວເຖິງ, ຄັດເລືອກເອົາພະນັກງານຜູ້ທີ່ຫ້າວຫັນແຂງແຮງ, ເປັນເຈົ້າການປະຕິບັດລະບຽບກົດໝາຍ ແລະ ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ຄະນະບັນຊາແຕ່ລະຂັ້ນຕ້ອງເອົາໃຈໃສ່ຕິດຕາມກວດກາ, ສ່ອງແສງລາຍງານສະພາບໃນແຕ່ລະວັນ ຖ້າມີສະພາບເກີດຂຶ້ນຕ້ອງຮີບຮ້ອນລາຍງານ ເພື່ອຊອກຫາວິທີແກ້ໄຂໃຫ້ທ່ວງທັນກັບສະພາບການ ແລະ ຮັບປະກັນໃຫ້ມີຄວາມສະຫງົບປອດໄພ.