ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນວັນທີ 18 ພະຈິກ 2022, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງ, ຄ້າຍ, ລປພ, ປກສ ເມືອງ, ປກສ ເຂດ ແລະ ຫົວໜ້າ-ຮອງພະແນກ ເຂົ້າຮ່ວມ.


ພັທ ນາງ ຄຳມີ ເພັດມະນີ ຮອງຫົວໜ້າຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ຈໍານວນ 63 ສະຫາຍ ເຊິ່ງມີລາຍລະອຽດດັ່ງນີ້:
- ພັນຕີ ຂຶ້ນ ພັນໂທ ຈຳນວນ 10 ສະຫາຍ
- ຮ້ອຍເອກ ຂຶ້ນ ພັນຕີ 14 ສະຫາຍ
- ຮ້ອຍໂທ ຂຶ້ນ ຮ້ອຍເອກ 39 ສະຫາຍ

ໃນຕອນທ້າຍພິທີ, ພົຈວ ອິນສົມ ທຳລະສິນ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ຈົົ່ງພ້ອມກັນສຸມທຸກສະຕິປັນຍາ, ຍົກສູງຄວາມຮູ້-ຄວາມສາມາດຂອງຕົນ ປະກອບເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ເພື່ອເຮັດສຳເລັດໜ້າທີ່ທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດສູງ.