ກອງບັນຊາການ ປກສ ແຂວງຈຳປາສັກ ຈັດພິທີປະກາດການເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນອາທິດຜ່ານມາ, ເປັນປະທານ ແລະ ປະດັບຊັ້ນ ພັອ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະຫ້ອງອ້ອມຂ້າງ, ໂຮງຮຽນ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງດັດສ້າງ, ກອງບັນຊາການ ປກສ ເມືອງ, ນະຄອນ, ຫົວໜ້າ-ຮອງພະແນກ, ນາຍ ແລະ ພົນຕໍາຫຼວດ ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັທ ຄຳພັນ ສີສະຫງ່າ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ແລະ ຂໍ້ຕົກລົງຂອງຫົວໜ້າກົມໃຫ່ຍ ການເມືອງ ປກສ ວ່າດ້ວຍການເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງຈຳປາສັກ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 14 ສະຫາຍ ຍິງ 3 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 36 ສະຫາຍ ຍິງ 8 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 56 ສະຫາຍ ຍິງ 11 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 37 ສະຫາຍ ຍິງ 7 ສະຫາຍ, ວາທີ ຂຶ້ນ ຮ້ອຍ ຕີ 15 ສະຫາຍ ຍິງ 3 ສະຫາຍ, ຊັ້ນໜຶ່ງ ຂຶ້ນ ສິບຕີ 1 ສະຫາຍ ແລະ ດັດແປງຊັ້ນ ສິບໂທ ຂຶ້ນເປັນຮ້ອຍຕີ 10 ສະຫາຍ ຍິງ 5 ສະຫາຍ, ດັດແປງຊັ້ນສິບໂທ ຂຶ້ນ ວາທີ 11 ສະຫາຍ ຍິງ 7 ສະຫາຍ, ດັດແປງຊັ້ນສອງ ຂຶ້ນວາທີ 4 ສະ ຫາຍ ຍິງ 4 ສະຫາຍ, ດັດແປງຊັ້ນ ສິບໂທ ຂຶ້ນ ສິບເອກ 1 ສະຫາຍ, ດັດແປງຊັ້ນ ສອງ ເປັນ ສິບເອກ 2 ສະຫາຍ ຍິງ 2 ສະຫາຍ.

ພັອ ສຸກພະຈັນ ສີລາເພັດ ໄດ້ເນັ້ນໜັກໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ, ດັດແປງຊັ້ນຄັ້ງນີ້ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ຫຼາຍຂຶ້ນກ່ວາເກົ່າ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນຂອງກຳລັງຢ່າງເຂັ້ມງວດ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ, ມີຄວາມສາມັກຄີຮັກແພງເຊິ່ງກັນແລະກັນ, ດຳລົງຊີວິດດ້ວຍຄວາມປອດໃສຂາວສະອາດ, ປະຕິບັດກົດລະບຽບຂອງກຳລັງ, ກົດໝາຍຂອງລັດຢ່າງເຄັ່ງຄັດ ແລະ ຕ້ານທຸກປະກົດການຫຍໍ້ທໍ້ຂອງສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.