ກອງບັນຊາການ ປກສ ເມືອງຊ່ອນ ແຂວງຫົວພັນ ໄດ້ຈັດພິທີເປິດບ້ານວັງແຟນ ເປັນບ້ານປ້ອງກັນຄວາມສະຫງົບດີ ໃນອາທິດຜ່ານມາ, ເປັນປະທານໂດຍ ພັທ ເໜັມ ບຸນດວງໄຈ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊ່ອນ, ມີຄະນະນໍາຊັ້ນເມືອງ, ປກສ ເມືອງ, ນາຍ ແລະ ພົນຕໍາຫຼວດ, ນາຍ ບ້ານ-ຮອງນາຍບ້ານ, ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ພັທ ເໜັມ ບຸນດວງໄຈ ກ່າວວ່າ: ພິທີປະກາດບ້ານວັງແຟນ ເປັນບ້ານປ້ອງກັນຄວາມສະຫງົບດີ ເປັນບ້ານທີ 28 ຂອງເມືອງຊ່ອນ ແລະ ເປັນບ້ານທີ 458 ຂອງແຂວງຫົວພັນ ທີ່ໄດ້ຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ ຮອບວຽນທີ I, ບ້ານວັງແຟນມີ 54 ຫຼັງຄາ ເຮືອນ, ມີ 58 ຄອບຄົວ, ມີພົນລະເມືອງທັງໝົດ 303 ຄົນ ຍິງ 135 ຄົນ, ເປັນບ້ານຊົນເຜົ່າກຶມມຸ, ອາຊີບຕົ້ນຕໍແມ່ນເຮັດໄຮ່, ເຮັດນາ, ປູກຝັງ-ລ້ຽງສັດ ເປັນອາຊີບສໍາຮອງປະຊາ ຊົນພາຍໃນບ້ານມີຄວາມດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີພາຍໃນພາຍ-ນອກ, ອົງການຈັດຕັ້ງພາຍໃນບ້ານໄດ້ເຄື່ອນໄຫວວຽກງານຂອງຕົນເຮັດໃຫ້ບ້ານມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຜ່ານການຈັດຕັ້ງປະຕິບັດຕົວຈິງຕາມ 3 ຂັ້ນຕອນ 4 ກຸ່ມວຽກຂອງຂະບວນການສ້າງບ້ານປ້ອງກັນຄວາມສະຫງົບດີ, ເຊິ່ງໄດ້ສະແດງອອກ 58 ຄອບ ຄົວປະເມີນຜົນຕາມເງື່ອນໄຂຄອບຄົວປ້ອງກັນຄວາມສະຫງົບດີ ເທົ່າກັບ 88,3% ແລະ ສາມາດຮັບຮອງເອົາບ້ານວັງແຟນ ເປັນບ້ານປ້ອງກັນຄວາມສະຫງົບດີ. ພ້ອມນັ້ນ, ກໍໄດ້ມອບໃບຢັ້ງຢືນຮັບຮອງເອົາບ້ານວັງແຟນເປັນບ້ານປ້ອງກັນຄວາມສະຫງົບດີ ໂດຍການມອບຂອງ ພັທ ເໜັມ ບຸນດວງໄຈ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊ່ອນ.