ພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເຄື່ອນໄຫວ, ຊຸກຍູ້, ແນະນຳວຽກງານຄົ້ນຄວ້າວິທະຍາ ສາດ ແລະ ປະຫວັດສາດ ຢູ່ກອງບັນຊາການ ປກສ ເມືອງນາກາຍ ໃນອາທິດຜ່ານມາ, ເຂົ້າຮ່ວມມີ ພັທ ບຸນເຕັງ ນໍລະດີ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາກາຍ ແລະ ພັທ ສົມພອນ ຄຳວົງສາ ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີຄະນະ ປກສ ເມືອງ, ຄະນະພະ ແນກ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ສົມພອນ ຄຳວົງສາ ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ແຂວງ ຜ່ານເອກະສານແຈ້ງການຂອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ວ່າດ້ວຍການລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ມູນເຊື້ອປະຫວັດສາດໃນກຳລັງປ້ອງກັນຄວາມສະຫງົບແຂວງ ແລະ ແນະນຳ ປກສ ເມືອງ ຂຽນປຶ້ມ, ສ້າງມູນເຊື້ອປະຫວັດສາດຂອງເມືອງ ໂດຍປະຕິບັດຕາມການແຈ້ງການຂອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດ ສາດ ກະຊວງ ປກສ ວ່າດ້ວຍການຈັດສົ່ງປຶ້ມປະຫວັດມູນເຊື້ອຂອງກົມກອງຕົນເອງ ເພື່ອວາງສະແດງຢູ່ຫໍພິພິຕະພັນ ກະຊວງປ້ອງກັນຄວາມສະຫງົບ ແລະ ອີງຕາມພາລະບົດບາດຂອບເຂດສິດ-ໜ້າທີ່ວຽກງານຄົ້ນຄວ້າວິທະຍາສາດ-ປະຫວັດສາດທີ່ພົວພັນເຖິງບັນດາຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການ ປກສ ເມືອງ 10 ຕົວເມືອງໃນທົ່ວແຂວງຄຳມ່ວນ ເພື່ອໃຫ້ກອງບັນຊາການ ປກສ ເມືອງຂຽນ ແລະ ສ້າງປື້ມມູນເຊື້ອປະຫວັດສາດກົມກອງຂອງຕົນສົ່ງໃຫ້ຫ້ອງການກອງບັນຊາການ ປກສ ແຂວງໃຫ້ສຳເລັດຕາມກຳນົດທີ່ວາງໄວ້ ເພື່ອສັງລວມຂໍ້ມູນຂຽນບົດມູນເຊື້ອຂອງກຳລັງປ້ອງກັນຄວາ ສະຫງົບແຂວງຄຳມ່ວນ ໃຫ້ສຳເລັດ.

ພັທ ສົມພອນ ຄຳວົງສາ ກ່າວວ່າ: ການຊຸກຍູ້, ແນະນຳວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຢູ່ກອງບັນຊາການ ປກສ ເມືອງນາກາຍ ເປັນການກະກຽມໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ຈະໝູນວຽນມາຮອດອີກວາລະໜຶ່ງໃຫ້ມີເນື້ອໃນ, ຄວາມໝາຍເລິກເຊິ່ງ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້ ທັງເປັນການສ້າງປຶ້ມປະຫວັດສາດມູນເຊື້ອຂອງກົມ-ກອງຂອງຕົນເອງ ເພື່ອຈັດ ວາງສະແດງຢູ່ຫໍພິພິຕະພັນປ້ອງກັນຄວາມສະຫງົບປະຊາຊົນໄວ້ ໃຫ້ຄົນລຸ້ນຫຼັງໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງຕົ້ນກຳເນີດຂອງກຳລັງປ້ອງກັນຄວາມສະ ຫງົບປະຊາຊົນລາວ.