ບັນຫາການຄ້າມະນຸດ ເປັນອາຊະຍາກໍາທີ່ຮ້າຍແຮງ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດ ໝາຍ ກໍຄືສົນທິສັນຍາສາກົນ, ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກສີ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະ ນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ ເຊິ່ງບັນຫາດັ່ງກ່າວ, ລັດຖະບານ ສປປ ລາວ ກໍເອົາໃຈໃສ່ໃນການແກ້ໄຂຢ່າງຈິງຈັງ.

ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກ, ລັດຖະມົນຕີ ກະຊວງ ປກສ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເປີດເຜີຍວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ມີບັນຫາການຄ້າມະນຸດ, ເນື່ອງຈາກທີ່ຕັ້ງພູມສັນຖານຂອງປະເທດມີຄວາມສະດວກໃນການເດີນທາງເຂົ້າ-ອອກຂອງພົນລະເມືອງ ແລະ ການຂະຫຍາຍຕົວຢ່າງວ່ອງໄວທາງດ້ານການສ້າງສາພັດທະນາຂອງປະເທດຊາດ. ຜ່ານມາ, ພວກຄ້າມະນຸດມີການເຄື່ອນໄຫວຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ່ອນ, ຕົວຍົວະ, ຫຼອກລວງການໃຫ້ຖືພາບໍ່ຖືກຕ້ອງ, ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ, ການເຜີຍແຜ່ສິ່ງລາມົກຜ່ານສືສັງຄົມອອນລາຍ; ເຊິ່ງໄດ້ຂັດກັບກົດໝາຍ ແລະ ວັດທະນະທໍາອັນດີງາມຂອງຊາດ, ບັນຫາທີ່ໜ້າເປັນຫ່ວງທີ່ສຸດແມ່ນພົນລະເມືອງລາວ ຈໍານວນບໍ່ໜ້ອຍຖືກນາຍໜ້າຕົວະຍົວະຫຼອກລວງໄປອອກແຮງງານ ແລ້ວຖືກຂູດຮີດແຮງງານຢູ່ບາງພື້ນທີ່ຫຼ່ໍແຫຼມ ແລະ ປະເທດເພື່ອນບ້ານ, ເຊິ່ງໄດ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຈໍານວນຫຼາຍ ຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງການຄ້າມະນຸດ.

ໃນການແກ້ໄຂບັນຫາດັ່ງກ່າວ, ລັດຖະບານ ຈຶ່ງໄດ້ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນແມ່ນເອົາໃຈໃສ່ໃນການປັບປຸງກົງການຈັດຕັ້ງວຽກງານຕ້ານການຄ້າມະນຸດໃຫ້ເປັນລະບົບ, ມີຄວາມເຂັ້ມແຂງ ນັບທັງສູນກາງລົງຮອດທ້ອງຖິ່ນ, ສ້າງ, ປັບປຸງບັນດາຄູ່ມື, ນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ 3 (ແຕ່ປີ 2021-2025) ໃຫ້ເປັນຮູບປະທໍາເທື່ອລະກ້າວ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ຜູ້ເຮັດວຽກຕົວຈິງ ເປັນຕົ້ນແມ່ນການຝຶກອົບຮົມວຽກ ງານຕ້ານການຄ້າມະນຸດໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ ແລະ ພະນັກງານທີ່ກ່ຽວຂ້ອງນັບແຕ່ສູນກາງ ແລະ ທ້ອງຖິ່ນ, ສະໜອງງົບປະມານ, ເອົາໃຈໃສ່ໂຄ ສະນາປູກຈິດສໍານຶກໃຫ້ແກ່ສັງຄົມ ດ້ວຍການເຜີຍແຜ່ສື່ສິ່ງໂຄສະນາ, ລະຄອນ, ບົດເພັງ ຜ່ານທາງສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ ແລະອື່ນໆ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ ພ້ອມທັງເອົາໃຈໃສ່ ໃນການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍ ເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ມາຈາກຕ່າງປະເທດ.

ການຄ້າມະນຸດ ເປັນບັນຫາລວມຂອງຊາດ ແລະ ຂອງສາກົນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງທົ່ວປວງຊົນລາວທັງຊາດ ຈົ່ງຍົກສູງຄວາມຮັບຜິດຊອບ ຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ພ້ອມທັງເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນລາວບັນດາເຜົ່າຢູ່ສູນກາງ ແລະ ທ້ອງຖິ່ນ, ຮາກຖານບ້ານປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ, ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດໃຫ້ຫຼາຍຂຶ້ນ.

ພ້ອມນັ້ນ, ຕ້ອງເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມສ່ຽງຢູ່ພື້ນທີ່ຫຼ່ໍແຫຼມ, ເຂດອຸດສະຫະກໍາ, ກະສິກໍາ, ບໍລິການບັນເທິງ ແລະ ພາກສ່ວນອື່ນໆ ທີ່ນໍາໃຊ້ແຮງງານ ເປັນຈໍານວນຫຼາຍ; ເອົາໃຈໃສ່ການກໍານົດຕົວຜູ້ຖືກເຄາະຮ້າຍທັງພາຍ ໃນ, ຕ່າງປະເທດຢ່າງທັນເວລາ ແລະ ມີຄວາມປອດໄພ, ສ້າງ ແລະ ພັດທະນາສີມື ແຮງງານ, ສ້າງວຽກເຮັດງານທໍາ ແລະ ຕະຫຼາດແຮງງານໃຫ້ມີຄວາມສອດຄ່ອງກັນນັບແຕ່ສູນກາງຫາທ້ອງຖິ່ນໃຫ້ຫຼາຍຂຶ້ນ; ຄຽງຄູ່ກັນນັ້ນ, ຕ້ອງເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຢູ່ບັນດາຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນຂະແໜງການເຮັດວຽກງານຕ້ານການຄ້າມະນຸດ, ເຈົ້າໜ້າທີ່ປະຈໍາດ່ານຊາຍແດນ, ພະນັກງານການທູດປະຈໍາຢູ່ຕ່າງປະເທດໃຫ້ຮັບ ຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມທັງສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ອົງການຈັດຕັ້ງສາກົນພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ເພື່ອຍາດແຍ່ງການສະໜັບສະໜູນປະກອບສ່ວນເຮັດວຽກງານຕ້ານການຄ້າມະນຸດໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ ແລະ ຕອບສະໜອງງົບປະມານເຂົ້າໃນວຽກງານດັ່ງກ່າວຢ່າງເໝາະສົມ.