ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີເຊື່ອມຊຶມ ແລະ ເຜີຍແຜ່ເອກະສານ ວ່າດ້ວຍການຄຸ້ມຄອງການຈັດງານປະເພນີພາຍໃນແຂວງຜົ້ງສາລີ ເພື່ອໃຫ້ນາຍ ແລະ ພົນຕໍາຫຼວດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນວັນທີ 23 ພະຈິກ 2022, ເຂົ້າຮ່ວມໂດຍ ພັອ ຄໍາຈັນ ແສງລາວົງ ຫົວ ໜ້າກອງບັນຊາການ ປກສ ແຂວງ, ມີ ບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຕະຫຼອດຮອດນາຍ ແລະ ພົນຕໍາຫຼວດອ້ອມຂ້າງກອງບັນ ຊາການ ປກສ ແຂວງ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້: ມີຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າ ດ້ວຍການຄຸ້ມຄອງການຈັດງານປະເພນີພາຍໃນແຂວງຜົ້ງສາລີ, ເຊິ່ງຂໍ້ຕົກລົງ ດັ່ງກ່າວໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕາການກ່ຽວກັບການຄຸ້ມຄອງການຈັດງານປະເພນີພາຍໃນແຂວງ ໂດຍມີຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ເປັນຕົ້ນການຈັດງານປະເພນີຕ່າງໆໃຫ້ມີການປະຢັດມັດທະຍັດໃນການໃຊ້ຈ່າຍ ທັງເປັນການຈຳກັດການຈັດງານທີ່ຂັດກັບວັດທະນະທຳລາວ ແນໃສ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຊີວິດການເປັນຢູ່ທີ່ດີຂຶ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ການຄຸ້ມຄອງການຈັດງານປະເພນີການຄຸ້ມຄອງການຈັດງານປະເພນີ ແມ່ນການຄຸ້ມຄອງຈໍານວນການຈັດພາເຂົ້າ ໃນແຕ່ລະປະເພດງານໃຫ້ຢູ່ໃນຂອບ ເຂດທີ່ກໍານົດໄວ້ ແນໃສ່ອະນຸລັກຮັກສາມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຕາມແບບແຜນຂະນົບທຳນຽມການປະພຶດຂອງຄົນໃນສັງຄົມ ທີ່ຕິດແໜ້ນກັບຊີວິດຈິດໃຈ ແລະ ການດໍາລົງຊີວິດຂອງແຕ່ລະເຜົ່າແຕ່ລະແຊງຊົນເຜົ່າ.

ໃນພິທີ, ຍັງໄດ້ເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ, ເຊິ່ງການນໍາໃຊ້ກອງທຶນຄຸ້ມຄອງໄພພິບັດຂັ້ນ ແຂວງແມ່ນສ້າງກຳລັງແຮງປະກອບສ່ວນຈາກທົ່ວສັງຄົມ ດ້ວຍການປຸກລະດົມທົ່ວປວງຊົນໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ການກະກຽມຄວາມ ພ້ອມໂຕ້ຕອບ ແລະ ການຟື້ນຟູຫຼັງໄພພິບັດ, ລະດົມທຶນຈາກບຸກຄົນ, ນິຕິບຸກຄົນ, ມູນນິທິ, ບໍລິສັດ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເພື່ອຫຼຸດຜ່ອນພາລະແບກຫາບດ້ານງົບປະມານຂອງລັດ ແນໃສ່ສະໜອງທຶນໃຫ້ການຊ່ວຍເຫຼືອເຫດສຸກເສີນ, ການສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນ, ການຊອກຄົ້ນ, ຄົ້ນຫາ ແລະ ກູ້ໄພຕອບສະໜອງໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດໄດ້ຮັບການແກ້ໄຂກັບຄືນສູ່ສະພາບປົກກະຕິ ຫຼື ດີຂຶ້ນກວ່າເກົ່າ.